ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມລັດHessen(ເຢຍລະມັນ)

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມລັດHessen(ເຢຍລະມັນ) - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​
​ພົບ​ປະ​ກັບຜູ້​ວ່າການລັດ Hessen ທ່ານ Volker Bouffier)

(vovworld) – ​ ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ​ເຢຍລະ​ມັນ, ​ໃນ​ຕອນ​ທ່ຽງ​ວັນ​ທີ 26/11, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ ​ໄດ້​ອອກ​ຈາກ Berlin ​ເດີນທາງ​​ໄປຢ້ຽມຢາມລັດ Hessen. ທີ່​ການ​ພົບ​ປະ​ກັບຜູ້​ວ່າການລັດ Hessen ທ່ານ Volker Bouffier, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ໋ນຊາງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ລັດ Hessen ​ແລະ ມີ​ຄວາມປິ​ຕິ​ຊົມ​ຊື່​ນ​ເມື່ອ​ເຫັນວ່າ: ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລັດ Hessen ​ໄດ້ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ສຶກສາ - ບຳລຸງ​ສ້າງ, ການ​ຮ່ວມ​ມື​ດ້ານ​ຕຸລາການ - ກົດໝາຍ ​ແລະ ພົວພັນແລກປ່ຽນ​ວັດທະນະທຳ. ທ່ານ​ປະທານ​ປະ​ເທດສະ​ເໜີ​ອຳນາດ​ການ​ປົກຄອງ​ລັດ Hessen ສືບ​ຕໍ່​ໜູນ​ຊ່ວຍ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ Hessen ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ພ້ອມ​ກັນ​ນັ້ນ ສະໜັບສະໜູນ ​ແລະ​ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຄື່ອນ​ໄຫວ​ຢູ່​ລັດ Hessen ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ລັດ ​ແລະ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ສະໜັບສະໜູນ, ສ້າງ​ສະພາບ​ແວດ​ລ້ອມ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ​ເວົ້າ​ລວມ ​ແລະ ລັດ Hessen ​ເວົ້າ​ສະ​ເພາະ​ ມາລົງທຶນ, ດຳ​ເນີນ​ທຸລະ​ກິດ​ອັນ​ຍາວ​ນານຢ່າງມີ​ປະສິດທິ​ຜົນ ​ແລະ ​ເປັນ​ປົກ​ກະຕິ​ຢູ່ ຫວຽດນາມ, ກໍ​ຄື​ສະໜັບສະໜູນ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ ​ຊຶ່ງ 2 ຝ່າຍ​ມີ​ທ່າ​ແຮງ. ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ສຶກສາ - ບຳລຸງ​ສ້າງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງການ​ໜູນ​ຊ່ວຍ​ຂອງ​ລັດ​ Hessen ​ໃຫ້​ ຫວຽດນາມ ​ໂດຍ​ຜ່ານ​ໂຄງການ ​ເປັນ​ແບບຢ່າງ​ນັ້ນ ​​ແມ່ນ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ.

        ​ເຫັນດີ​ເຫັນ​ພ້ອມ​ກັບ​ບັນດາ​ຄຳ​ເຫັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ຜູ້​ວ່າການ​ລັດ Hessen ທ່ານ Volker Bouffier ​ເນັ້ນ​ໜັກ​ວ່າ: ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ​ແມ່ນ​ໂຄງການ​ມີ​ຄວາມ​ສຳຄັນ​ພິ​ເສດ, ​ໂຄງການ​ເປັນ​ແບບຢ່າງ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ດີງາມ​ທີ່​ສຸດ ​ແລະ ​ເລິກ​ເຊິ່ງ ກ້ວາງ​ຂວາງ​ໃນ​ຫລາຍ​ຂົງ​ເຂດ​ລະຫວ່າງ ຫວຽດນາມ - ​ເຢຍລະ​ມັນ.

        ​ແລະ​ຕອນ​ບ່າຍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ມີ​ການ​ພົບ​ປະ​ກັບ​ທ່ານ Norbert Kartmann ປະທານ​ສະພາ​ແຫ່ງ​ຊາດ​ລັດ Hessen, ທ່ານ​ປະທານ​ປະ​​ເທດ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ: ການ​ນຳ ​ແລະ ບັນດາ​ສະມາຊິກ​ລັດຖະສະພາ​ລັດ Hessen ສະໜັບສະໜູນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​ລັດ Hessen ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ.

ຂ່າວ/ບົດ​ອື່ນ