ປະທານປະເທດເຈືອງເຕິ໋ນຊາງຢ້ຽມຢາມສາທາລະນະລັດສະຫະພັນເຢຍລະມັນ

ປະທານປະເທດເຈືອງເຕິ໋ນຊາງຢ້ຽມຢາມສາທາລະນະລັດສະຫະພັນເຢຍລະມັນ - ảnh 1
ທ່ານປະທານປະ​ເທດ​ເຈືອງ​ເຕິ໋ນຊາງ ​ແລະ ພັນ​ລະ​ຍາ
(ພາບ​ປະ​ກອບ)


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ປະທານາທິບໍດີສາທາ​ລະນະ​ລັດ​ ສະຫະພັນ ເຢຍລະ​ມັນ Joachim Gauck, ທ່ານປະທານປະ​ເທດ​ເຈືອງ​ເຕິ໋ນຊາງ ​ແລະ ພັນ​ລະ​ຍາຈະ​ຢ້ຽມຢາມ ສສ​ ​ເຢຍລະ​ມັນ ທາງ​ລັດຖະກິດ ​ໃນ​ລະຫວ່າງ​ວັນ​ທີ 24-26/11/2015. ການ​ຢ້ຽມຢາມ​ນີ້​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ (1975-2015).

ຫວຽດນາມ ​ແລະ ສສ ​ເຢຍລະ​ມັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ແຕ່​ເດືອນ 9/1975. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ, ​ເລິກ​ເຊິ່ງ, ກວ້າງຂວາງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ. ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ​ເຢຍລະ​ມັນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ​ຫວຽດນາມ​ຢູ່​ເອີ​ລົບ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ເມື່ອ​​ເດືອນ 10/2011, ນາຍົກລັດຖະມົນຕີສອງປະ​ເທດ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນຳ​ກັນ. ສອງ​ປະ​ເທດ​ກໍ່​ຮ່ວມ​ມື​ກັນ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ​ເຊັ່ນ: ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ອາຊີ - ​ເອີ​ລົບ (ASEM) ​ແລະ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ ສະຫະ​ພາບ​ເອີ​ລົບ (ອາ​ຊຽນ -ອີ​ຢູ).

 

 

ຂ່າວ/ບົດ​ອື່ນ