ປະທານປະເທດເຈືອງເຕີນຊາງຢ້ຽມຢາມ,ເຮັດວຽກຢູ່ແຂວງດັກລັກ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມ,ເຮັດວຽກຢູ່ແຂວງດັກລັກ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ມອບຂອງຂວັນໃຫ້ປະຊາຊົນ
(ພາບ: tienphong.vn)

(vovworld) – ​ໃນ​ວັນ​ທີ 28 ​ແລະ 29/12, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດັກ​ລັກ, ​ເຂດ​ໄຕງວຽນ ​ເພື່ອ​​ແນ​ໃສ່​ກວດກາ​ສະພາບ​ການ​ເສດຖະກິດ - ສັງຄົມ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ​ແຂວງ. ສະຖາ​ນທີ່​ທຳ​ອິດ​ທີ່​ທ່ານ​ປະທານ​ປະ​ເທ​ດ ​ໄປ​ຢ້ຽມຢາມ​ນັ້ນ​ແມ່ນ​ບໍລິສັດ​ປ່າ​ໄມ້ Mu – to – rak ຈຳກັດ​ຜູ້​ດຽວ, ​ເຊິ່ງ​ແມ່ນ​ຫົວໜ່ວຍ​ພວມ​ຄຸ້ມ​ຄອງ​​ເນື້ອ​ທີ່ປ່າ​ກ່ວາ 25.000 ha. ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ ສະ​ເໜີໃຫ້​ບໍລິສັດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມຕ້ອງ​ຮັກສາ​ປ່າ​ທຳ​ມະ​ຊາດ​ໃຫ້​ໄດ້ 2,5 ລ້ານ ha, ​ເພື່ອ​ເສີມ​ຂະ​ຫຍາ​ຍປະສິດທິ​ຜົນ​ດ້ານເສດຖະກິດ​ສັງຄົມ, ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ປະທານ​ປະ​ເທ​ດກໍ່​ຍັງລົງ​ຢ້ຽມຢາມ​ບາງ​ຕາ​ແສງ​​ເຂດ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ທີ່ເມືອງ ບວນດົນ. ນີ້​ແມ່ນ​ບັນດາ​ຕາ​ແສງ​ມີ​ມູນ​ເຊື້ອ​ປະຕິວັດ, ປະຈຸ​ບັນ​ພວມ​​ບື່ນຕົວ​ຂຶ້ນ​ກາຍ​ເປັນ​ບັນດາ​ຕາ​ແສງ​ຊົນນະບົດ​ໃໝ່​ຂອງ​​ແຂວງ.

    ຕອນ​ບ່າຍ​ວັນ​ທີ​ 29/12, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງ​ແຂວງ ດັກ​ລັກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ​, ​ແຂ​ວງຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂຍບາຍ​ທີ່​ດິນ​ສຳລັບ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ພ້ອມ​ທັງ​ຕ້ອງ​ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​​ແຂວງ ​ແລະ ກະຊວງ​ກະສິກຳ, ພັດທະນາ​ຊົນນະບົດ ສ້າງ​ກົນ​ໄກ​ລະອຽດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ອຳນາດ​ການ​ປົກຄອງ​ຄວນ​ຕັ້ງໜ້າ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ກ່ຽວ​ກັບ​ທີ່​ດິນ, ທຶນຮອນ ​ແລະ ​ເຕັກນິກ, ປະກອບສ່ວນ​ຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ບັນດານ​ເຜົ່າ​ໃນ​ແຂວງ.

    ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 743 Seropok, ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​​ເຂດ ​ໄຕ​ງວຽນ.

 


ຂ່າວ/ບົດ​ອື່ນ