ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະອວຍພອນປີໃໝ່ປະຊາຊົນນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະອວຍພອນປີໃໝ່ປະຊາຊົນນະຄອນໂຮ່ຈີມິນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ອວຍພອນປີໃໝ່ຄູນ​ພໍ່ ຫງວຽນ​ກົງ​ແຢງ
(ພາບ: Việt Dũng)


(vovworld) – ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະ​ມະຫາ​ອາຈານ ທິກ​ຈີ໋ກວາງ, ຮອງ​ປະທານ​ສະພາ​ບໍລິຫານ​ງານສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ຫົວໜ້າ​ຄະນະ​ບໍລິຫານ​ງານ​ສາ​ມາ​ຄົມ​ພຸດທະ​ສາສະໜາ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ໃນ​ຕອນ​ເຊົ້າ​ວັນ​ທີ 30/1, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ອວຍພອນ​ໃຫ້​ພະ​ມະຫາ​ອາຈານ ​ແລະ ບັນດາ​ພຸດທະສາສະນິກກະ​ຊົນ ຊຶ່ງ​ໄດ້ພ້ອມ​ກັບ​ສາສະໜາ​ອື່ນໆ ​ແລະ ທົ່ວ​ປະ​ເທດ​ປະກອບ​ກຳລັງ​ເຫື່ອ​ແຮງ​, ສະຕິ​ປັນຍາ​ໃຫ້​ແກ່​ການ​ພັດທະນາ​ຂອງ​ນະຄອນ ​ແລະ ຂອງ​ປະ​ເທດ​ຊາດ.

    ​ເມື່ອ​ຢ້ຽມຢາມ ​ແລະ ອວຍພອນປີ​ໃໝ່ ຄູນ​ພໍ່ ຫງວຽນ​ກົງ​ແຢງ, ປະທານ​ຄະນະ​ກຳ​ມະ​ການ​ສາມັກ​ຄີ​ຊາວ​ຄຼິດ ຫວຽດນາມ​, ປະທານ​ຄະນະ​ກຳມະການ​ສາມັກຄີຊາວ​ຄຼິດນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ຄູນ​ພໍ່​ໃນ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຄຼິດນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ ​ແລະ ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດນະ​ຄອນ​ໄດ້​ນຳພາ​ຊາວ​ຄຼິດຕັ້ງໜ້າ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດຊຸມ​ຊົນ, ຕິດ​ພັນ​ກັບ​ການ​ຢູ່​ໃນ​ສິນ​ກິນ​ໃນ​ທຳສ້າງສາ​ສະໜາ​ໃຫ້​ດີງາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເວົ້າ​ວ່າ:

    “​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ, ມະຫາ​ສາມັກ​ຄີ​ແມ່ນ​ກຳລັງ​ແຮງ​​ແຫ່ງ​ກົກ​ເຄົ້າ​ເຫງົາ​ກໍ່​ຂອງ​ປະ​ເທດ​ຊາດ. ພໍ່​ແມ່​ປະຊາຊົນ​ທຸກ​ຄົນ​ຕ້ອງ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ເພື່ອ​ສ້າງສາ​ປະ​ເທດ​ຊາດ”

    ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທ​ດ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ນັກ​ປະພັນ, ນັກ​ສິລະ​ປິນປະຊາຊົນ ຫວຽນ​ເຈົາ, ນັກ​ສິລະ​ປິນປະຊາຊົນ ຈ່າ​ຢາງ ​ແລ​ະ ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ສິລະ​ປະເດີນ​ກາ​ຕາຍ​ຕື໋, ສິລະ​ປະ​ຂັບ​ກ໋າຍ​ເລືອ​ງ ​ແລະ ຮູບ​ເງົາ.


ຂ່າວ/ບົດ​ອື່ນ