ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້ - ảnh 1
ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຢ້ຽມຢາມ​​ແລະ​ເຮັດ​ວຽກ​ກັບ
​ຄະນະ​ຊີ້​ນຳ​ເຂດ​ທາງທິດຕາ​ເວັນ​ຕົກ​ພາກ​ໃຕ້
(ພາບ: plo.vn)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທິ 29/7, ຢູ່​ນະຄອນ ​ເກີນ​ເທີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕັກ​ເຕືອນ​ຄະນະ​ຊີ້​ນຳ​ເຂດທາງທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ວ່າ: ຄວນ​ມີ​ບາດກ້າວ​ຊີ້​ນຳ​ບຸກທະລຸ​ໃນ​ບັນດາ​ຂົງ​ເຂດ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ກະສິກຳ​ເພື່ອ​ນຳ​ເສດຖະກິດ ຫວຽດນາມ ພັດທະນາ​ໄວ ​ແລະ ຍືນ​ຍົງ, ຮັກສາ​​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ເຂດ. ໜ້າທີ່​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ 2014 ຂອງ​ຄະນະ​ຊີ້​ນຳ​ເຂດທາງທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ແມ່ນ​ສຸມ​ໃສ່​ຊີ້​ນຳ​ເລື່ອງ​ກະກຽມກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄະນະ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ຮ່ວມ​ມື​ລົງທຶນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽ​ດນາມ - ຊອກ​ຈັງ 2014 (MDEC - ຊ​​ອກຈັງ) ​ໃນ​ທ້າຍ​ປີ 2014, ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຮັບປະກັນ​ສະຖຽນລະພາບ​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ທ່ຽນ​ວ້ຽນຈູ​ກ​ເລີມ ​ເຟືອງ​ນາມ, ຢູ່​ຕາ​ແສງ ໝີ​ແຄ໋ງ, ​ເມື​ອງ ຟອງ​ດ່ຽນ, ນະຄອນ ​ເກີນ​ເທີ.


ຂ່າວ/ບົດ​ອື່ນ