ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ - ảnh 1
ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ
(ພາບ: TTXVN)


(vovworld) –​ ​ ​ຕອນ​ເຊົ້າ​ວັນ​ທີ 16/02, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ​ເປ​ົ້າໝາຍ​ນະ​ໂຍ​ບາຍ, ຊາວເຜົ່າ​ສ່ວນ​ໜ້ອຍ, ກຳ​ລັງ​ປະ​ກອບ​ອາ​ວຸດ​ເຂ​ດ​ຊາຍ​ແດນ​ໃນ​ບ​ໍ​ລິ​ເວນ​ແຂ​ວງ​ລ້າງ​ເຊີ​ນ. ເມື່ອຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ​້​ປະ​ຊາ​ຊົນ 3 ຕາ​ແສງ ເໝົ້າ​ເຊີນ, ຕູ໋​ໝີກ ແລະ ອຽນ​ຄວ໋າຍ, ຂຶ້ນ​ກັບ​ເມືອງ​ຊາຍ​ແດນ​ໂລກ​ບິ່ງ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ​້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສຸມ​ໃສ່​ໜູນ​ຊ່ວຍ ແລະ ຊອກ​ຫາ​ທິດ​ທາງ​ເໝາະ​ສົມ​ເພື່ອ​ຍົກ​ສູງ​ຊີ​ວິດ​ທາງດ​້ານ​​ວັດ​ຖ​ຸ ແລະ ຈິດ​ໃຈໃຫ້​ປະ​ຊາ​ຊົນ​ຢູ່​ທີ່ນີ້.

      ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ປະ​ທານ​ປະ​ເທດ​ຖື​ວ່າ, ດ້ວຍ​ທ່າ​ແຮງ​ແມ່ນ​ແຂ​ວງ​ທີ່​ມີ​ດ່ານ​ຊາຍ​ແດນ​ສາ​ກົນ, ລ້າງ​ເຊີນ ຕ້ອງ​ຂຸ​ດ​ຄົ້ນ ແລະ ຄວບ​ຄຸ​ມ​ເສ​ດ​ຖະ​ກິດ​ການ​ຄ້າເຂດ​ຊາຍ​ແດນ​ເປັນ​ຢ່າງ​ດີ. ດ້ວຍ​ເນື້ອ​ທີ່​ດິນ​ພັດ​ທະ​ນາ​ກະ​ສິ​ກຳ​ປ່າ​ໄມ້​ທີ່ກວ້າງ​ໃຫຍ່, ແຂວງ​ຕ້ອງ​ເອົາ​ໃຈ​ໃສ່​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ ເພື່ອ​ສ້າງ​ເຂດ​ຜ​ະ​ລິດ​​ເປັ​ນສິນ​ຄ້າ​ໃຫຍ່ ຕິດ​ພັນ​ກັບ​ການ​ນຳ​ໃຊ້​ວິ​ທ​ະ​ຍາ​ສາດ​ເຕັກ​ຕິກ, ​ຖ້າເຮັດ​ຄື​ແນ​ວນັ້ນ​ ຈ​ຶງ​ສາ​ມາດ​ຄົງ​ຕົວ​​ຢ່າງ​ໝັ້​ນ​ຄົງໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນໄດ້, ​ຜ່ານນັ້ນປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່, ສ້າງ​ຄວາມ​ອຸ່ນ​ອ່​ຽງ​ໃຈ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ