ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງໄຕນີງ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງໄຕນີງ - ảnh 1
ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່
ແຂວງໄຕນີງ
(ພາບ: TTXVN)

(​vovworld) – ​ ​​​​ວັນ​ທີ 20/2 (ວັນ​ທີ 2 ຂອງ​ບຸ​ນ​ເຕັດ), ທ່ານ​ປ​ະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊ​າງ ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ອວຍ​ພອນ​ປີ​ໃໝ່​ຢູ່​ແຂວງ ໄຕ​ນີງ. ທ່ານ​ປະ​ທານ​ປະ​ເທດ ເຮັດ​ວຽກ​ຢູ່​ບໍ​ລິ​ສັດ Taekwang ຂຶ້ນ​ກັບ​ກຸ່ມ​ບໍ​ລະ​ສັດ Taekwang ຂອງ ສ. ເກົາຫຼີ ຢູ່​ເຂດ​ອຸດ​ສາ​ຫ​ະ​ກຳ ໂມກ​ບ໋າຍ. ກຸ່ມ​ບໍ​ລິ​ສັດ​ນີ້​ພວມ​ຜັນ​ຂະ​ຫຍາຍ 3 ໂຄງ​ການ​ໃຫຍ່​ຢູ່​ແຂວງ ໄຕ​ນີງ, ໃນ​ນັ້ນ​ມີ​ໂຄງ​ການ​ເຂດ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ຂະ​ແໜງ​ເກີບ​ໜັງ​ດ້ວຍ​ເນື້ອ​ທີ່ກ້​ວາງ 100 ha. ທີ​່​ການ​ເຮັດ​ວຽກ​, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ໜາ​ວ່າ: ກຸ່ມ​ບໍ​ລິ​ສັດ​ຊຸກ​ຍູ້​ເຂດ​ອຸດ​ສາ​ຫະ​ກ​ຳ​ໜູນ​ຊ່ວຍ​ໃຫ້​ຂະ​ແໜງ​ເກີບ​ໜັງ​ໃນ​ບໍ​ລິ​ເວນ​ແຂວງ. ຜ່ານ​ບັນ​ດາ​ໂຄງ​ການ​ລົງ​ທ​ຶນນີ້, ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ ແລະ ຫວັງ​ວ່າ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ. ເກົາຫຼີ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ຕອ​ນ​ເຊົ້າ​ວ​ັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​​ກົມພາກ​ໃຕ້ສູນ​ກາງ​, ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ຜູ້​ມີ​ຄຸນ​ງາ​ມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​.

        ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ໄຕ​ນີງ​, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເໜີ​ຕ້ອງ​ລະ​ດົມ​ກຳ​ລັງ​ໃນ​​ໝູ່ປະ​ຊາ​ຊົນ​ຕື່ມ​ອີກ​ເພື່ອ​ຟື້ນ​ຟູ​ເຂດ​​ປູ​ສະ​ນີ​ຍະ​ສະ​ຖານ​ກົມ​ພາກ​ໃຕ້ສູນ​ກາງ​, ກາຍ​ເປັນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ທະ​ນະ​ທຳ - ປະ​ຫວັດ​ສາດ ສົມ​ກັບ​​ລະ​ດັບ​ຂອງເຂ​ດ.

 

 


ຂ່າວ/ບົດ​ອື່ນ