ປະທານປະເທດເຈືອງເຕິ໋ນຊາງສິ້ນສຸດການຢ້ຽມຢາມກູບາຢ່າງເປັນທາງການ

ປະທານປະເທດເຈືອງເຕິ໋ນຊາງສິ້ນສຸດການຢ້ຽມຢາມກູບາຢ່າງເປັນທາງການ - ảnh 1
ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ພົບປະ
​ປະທານ​ສະພາ​ແຫ່ງ​ຊັດ ​ແລະ ສະພາ​ລັດຖະມົນຕີກູ​ບາ Raul Castro ​
(ພາບ: baotinnhanh)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 30/9, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ອອກ​ຈາກ​ນະຄອນຫຼວງ​ລາ​ຮາ​ວານ, ​ສິ້ນ​ສຸດ​ການ​ຢ້ຽມຢາມ​ກູ​ບາ​ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີກູ​ບາ Raul Castro ​ໃນ​ລະຫວ່າງ​ວັນ​ທີ 28-30/9. ກ່ອນ​ໜ້າ​ນັ້ນ, ກ່າວ​ຄວາມ​ເຫັນ ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ກູ​ບາ, ​ໂດຍ​ຫ້ອງການ​ການ​ຄ້າ​ກູ​ບາ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ແລະ ສະຖານທູດ​ຫວຽດນາມ​ ປະຈຳ​ກູ​ບາ ຈັດ​ຕັ້ງ. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ຖື​ວ່າ, ການ​ເຄື່ອນ​ໄຫວ​ນີ້​ປະກອບສ່ວນ​ຊ່ວຍ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເປີດ​ກວ້າງ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ແຕ່ລະ​ປະ​ເທດ, ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດມີ​ປະສິດທິ​ຜົນ​ກວ່າ.

“​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​​ເປັນ​ການ​ພິສູດ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ຝ່າຍ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ສະດວກ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ກູ​ບາ, ພ້ອມ​ກັບ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ດ້ານ​ນະ​ໂຍບາຍ​ເສດຖະກິດ, ກູ​ບາ​ ຈະ​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ສາກົນ. ​ແນ່ນອນ​ວ່າ​ນັບ​ມື້​ນັບ​ມີ​ຫຼາຍ​ວິ​ສາ​ຫະກິດ​ຫວຽດນາມ​ ເອົາ​ໃຈ​ໃສ່ ​ແລະ ປາຖະໜາ​ຢາກ​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນດາ​ຄູ່​ຮ່ວມ​ມື​ກູ​ບາ ກວ່າ​ອີກ“.

​ໃນ​ວັນ​ດຽວ​ກັນ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນ​ທີ່​ໃສ່​ຊື່​ປະທານ​ ໂຮ່ຈິ​ມິນ ຢູ່​ລາ​ຮາ​ວານ ​ແລະ ຢ້ຽມຢາມ​ໂຄງການ​ຜະລິດ​ເຂົ້າ​ຢູ່​ແຂວງ Calimete.

ຂ່າວ/ບົດ​ອື່ນ