ປະທານປະເທດເຈືອງເຕີນຊາງສິ້ນສຸດການເຂົ້າຮ່ວມAPEC23ຢູ່ຟີລີບປີນ

ປະທານປະເທດເຈືອງເຕີນຊາງສິ້ນສຸດການເຂົ້າຮ່ວມAPEC23ຢູ່ຟີລີບປີນ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ
ຕ້ອນຮັບ​ນາຍົກລັດຖະມົນຕີປະ​ເທດ​ເອກະລາດ Papua New Guinea)


(vovworld) – ຢູ່​ນອກ​ກອງ​ປະຊຸມ APEC 23, ​ເຊິ່ງດຳ​ເນີນ​ຢູ່​ມາ​ນິລາ, ຟິລິບ​ປີນ, ວັນ​ທີ 19/11, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ ​ໄດ​້ມີ​ການ​ພົບ​ປະ​ກັບ​ການ​ນຳບາງ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​.

      ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກ​ລັດຖະມົນ​ຕີກາ​ນາ​ດາ Justin Trudeau, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ກາ​ນາ​ດາ ​ແລະ ສ​ະ​ເໜີ​ໃຫ້ 2 ຝ່າຍ​ມີ​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ​​້ການ​ຮ່ວມ​ມື 2 ຝ່າຍ, ຜັນ​ຂະຫຍາ​ຍບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດ​ທິຜົນ. ທ່ານ​ນາຍົກລັດຖະມົນຕີ ກາ​ນາ​ດາ ​​ເນັ້ນໜັກ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ທີ່​ນັບ​ມ​ື້ນັບ​ສຳຄັນ​ຂອງ​ກາ​ນາ​ດາ ​ແລະ ຊີ້​ແຈ້ງວ່າ, ລັດຖະບານ​ໃໝ່ຂອງ​ກາ​ນາ​ດາ ປາດ​ຖະໜາ​ຢາກ​ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ ​ເພື່ອ​​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ກາ​ນລົງທຶນ, ການ​ເມືອງ…​ເລິກ​ເຊິ​ງກວ່າ​ອີກ

      ທີ່​ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເອກະລາດ Papua New Guinea, Peter O’Neill, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, 2 ຝ່າຍ​ໄດ້​ເຫັນ​ດີຄວນ​ເຈລະຈາ, ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ໂດຍ​ໄວ, ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າ​ຍມີ​ທ່າ​ແຮງ. ທ່ານ​ນາຍົກລັດຖະມົນ​ຕີ Peter O’Neill ​ເຫັນ​ດີ​​ເປັນ​ເອກະ​ພາບ​ວ່າ 2 ຝ່າຍ​ຕ້ອງ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2017 ​ແລະ 2018 ​ເມື່ອ​ຫວຽດນາມ ​ແລະ  Papua New Guinea ​​ເປັນ​ປະທານ APEC ຕາມ​ລຳດັບ.

      ​ເມື່ອ​ແລກປ່ຽນ​ກັບ​ພະ​ບາດ​ສົມ​​ເດັດ​ບຣຸ​ໄນ Hassanal Bolkiah, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິີນຊາງ​ ​ເຫັນ​ດີ​ໂດຍ​​ຖື​ວ່າ, 2 ປະ​ເທດ​ຕ້ອງ​ສົ​​ມທົບ​ກັນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມຊ້ອນ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ. ພະ​ບາດ​ສົມ​​ເດັດ​ບຣຸ​ໄນ ​ໄດ້​ຕີ​ລາຄາ​ສູງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ຫວ່າງ​​​ມໍ່ໆ​ມາ​ນີ້ ​ແລະ ປາດ​ຖະໜາ​ຢາກ​ມາ​ຢ້ຽມຢາມ​ຫວຽດນາມ ​​​ໃນ​ໄວ້ໆ​ນີ້ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

      ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາງ​ປະທານາ​ທິດ​ບໍ​ດີ​ສ.​ເກົາຫຼີ Park Geun – hye, ການ​ນຳ 2 ທ່ານ​ໄດ້​ເຫ​ັນດີ​ສ້າງ​ບັນດາ​ລະບຽບ​ການ​ພາຍ​ໃນ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ໃຫ້ FTA ຫວຽດນາມ - ສ.​ເກົາຫຼີ ​​ປະຕິບັດ​ໂດຍ​ໄວ, ປະກອບສ່ວນ​ຍົກ​ສູງວົງ​ເງິນ​ການ​ຄ້າ 2 ສົ້ນ.

      ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍ​ດີ ຈີ​ເລ M.Bachelet ​ໄດ້​ເຫ​ັນດີ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ​ປະທານາທິບໍ​ດີ ຈີ​ເລ M.Bachelet ຢືນຢັນ​ວ່າ, ຈີ​​ເລ ສະໜັບສະໜູນ ​ແລະ ພ້ອມ​ແລ້​ວທີ່​ຈະ​ສົມທົບ​ກັບຫວຽດນາມ ​ເພື່ອ​ຈັດ​ຕັ້ງ APEC 2017 ​ໃຫ້​ສຳ​ເລດ​ໂດ​ບພື້ນຖານ.

      ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດ​ຖະມົນຕີ​ອົດ​ສະ​ຕາ​ລີ Malcolm Turnbull, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ​້ານ ​ແລະ ​ເພີ່ມ​ທະ​ວີ​ການ​ສົມທົບ​ກັນ​ບົນ​ບັນ​​ດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມານ​ບັນດາ​ເວທີ​ປາ​ໄສ​ອາ​ຊຽນ.

      ທີ່​ການ​ພົບ​ປະ​ໃນ​ວັນ​ທີ 19/11, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ແລະ ທ່ານ​ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Jussf Kalla ​ເຫັນ​ດີ​ຮັກສາ​ການ​​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມມື​ຍຸ​ດທະ​ສາດ​ກວ່າ​ອີກ. ທ່ານ​ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Jussf Kalla ປາດ​ຖະໜາຢາກ​ສືບ​ຕໍ່​ຮ່ວມ​ມືນຳ​ເຂົ້າ​ ເຂົ້າສານຈາກຫວຽດນາມ.

      ​ແລະ​ກໍ​ໃນ​ວັນ​ດຽກັນ, ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ທິບໍດີ​ອາ​ເມ​ລິ​ກາ Barack Obama, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Barack Obama ​ໄດ້​ສະ​​ແດງ​ຄວາມ​ເບີກບານ​ມ່ວນ​ຊື່​ນຕໍ່​ບັນດາ​ບາດກ້າ​ວພັດທະນາ​ຂອງ​ການ​ພົບ​ພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ພາຍຫຼັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ​ເຫັນ​ດີ​ນຳ​ກັນ​ຈະສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ​້ານ​ໃນ​ໄລຍະ​ຈະ​ມາ​ເຖິງ.

      ​ເນື່ອງ​​ໃນ​ໂອກາດ​ເຂົ້າ​ຮ່ວມ​ສັບປະດາ​ຂັ້ນ​ສູງ APEC 23 ຢູ່​ຟິລິບປີນ, ວັນ​ທີ 19/11, ທ່ານ​ປະທານ​ປະ​ເທ​ດ ​ແລະ ພັນ​ລະ​ຍາ ​ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົ​ມກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ​ ປະຈຳ​ຟີ​ລິບ​ປີນ. ຕອນ​ຄໍ່າ, ຄະນະ​ຜູ້​ແທນ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ມາ​ນີລາ, ປະ​ເທດ​ຟິລິບ​ປີນ ສິ້ນ​ສຸດ​ການ​ຢ້ຽມຢາມ​ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ ຢ່າງດີງາມ.

ຂ່າວ/ບົດ​ອື່ນ