ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດພະນັກງານ,ກຳມະກອນນ້ຳມັນອາຍແກັດຢູ່ບໍ່ນ້ຳມັນແບກໂຮ

ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດພະນັກງານ,ກຳມະກອນນ້ຳມັນອາຍແກັດຢູ່ບໍ່ນ້ຳມັນແບກໂຮ - ảnh 1
(ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດພະນັກງານ,
ກຳມະກອນນ້ຳມັນອາຍແກັດຢູ່ບໍ່ນ້ຳມັນແບກໂຮ)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 09/02 (ວັນ​ທີ 2 ບຸນ​ເຕັດ), ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວ​ງ, ຂະ​ແໜງ​ການ ລົງ​ຢ້ຽ​ມ​ຢາມ ແລະ ອວຍ​ພອນ​​ບຸນ​ເຕັດ​ບັນ​ດາ​ພະ​ນັກ​ງານ, ກຳ​ມະ​ກອນ ພວມ​ເຮັດ​ວຽກ​ຢູ່​ກຸ່ມ​ຮ້ານ​ເຈາະ​ນ້ຳ​ມັນ​ເຕັກ​ໂນ​ໂລ​ຊີ​ສູງ ​ເລກ 2, ​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ Vietsovpetro. ຢູ່​ທີ່ນ​ີ້, ທ່ານ​ປະ​ທານ​ປະ​ເທດ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ຂະ​ແໜງ​ນຳ​້​ມັນ​ອາຍ​​ແກັດ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ປະ​ທານ​ປະ​ເທດ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຂະ​ແໜງ​ນຳ​້​ມັນ​ອາຍ​ແກັດ, ເມື່ອ​ປະ​ຈຸ​ບັນ​ລາ​ຄາ​ນຳມັນ​ໃນ​ໂລກ​ພວມ​ຫ​ຼຸດ​ລົງ.

      “ບົດ​ຮຽນ​ໃນ​ໂລກ​ໄດ້​ຊ​ີ້​ໃຫ້​ເຫັນ​ວ່າ, ບັນ​ດາ​ປະ​ເທດ​ລ້ວ​ນ​ແຕ່​ມີ​ກອງ​ທຶນ​ໜູນ​ຊ່ວຍ​ລາ​ຄາ​ເປັນ​ປົກ​ກະ​ຕິ. ຕ້ອງ​ມີ​ກົນ​ໄກ​ເຄື່ອນ​ໄຫວ, ກອງ​ທຶນ​ໜູ​ນ​ຊ່ວຍ ເພື່ອ​ຄິດ​ໄລ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ແກ້​ໄຂ​ການ​ດຳ​ລົງ​ຊີ​ວິດ​ໃຫ້​​ພະ​ນັກ​ງານ, ກຳ​ມະ​ກອນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ບໍ​ລິ​ສັດ​ຮ່ວມ​ທ​ຸ​ລະ​ກິດ Vietsovpetro ເອົາ​ໃຈ​ໃສ່​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ ໃຫ້​ພັດ​ທະ​ນາຕະ​ຫຼອດ​ໄປ.”

ຂ່າວ/ບົດ​ອື່ນ