ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ70

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ70 - ảnh 1
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ70
(ພາບ: cadn.com.vn)

(vovworld) – ​ ​ວັນ​ທີ 30/12, ກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 70 ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ເພື່ອ​ແນ​ໃສ່​ສະ​ຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ວຽກ​ງານ​ຕຳຫຼວດ ແລະ ປຶກ​ສາ​ຫາ​ລື​ ​ບາງ​ຫົວ​ຂໍ້​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສະ​ພາບ​ການ​ໃໝ່.

        ກ່າ​ວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊ​າງ ເນັ້ນ​ໜັກ​ວ່າ: ໃນ​ປີ​ຜ່ານ​ມາ, ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ, ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ ປະ​ກາດ​ໃຊ້ຫຼາຍແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ກົດ​ໝາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ກໍ່​ສ້າງ​ກຳ​ລັງ, ປະ​ກອບ​ສ່ວນ​ປ່ຽນ​ໃໝ່ ແລະ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​​ແຜນນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ​ເປັນ​ຢ່າງ​ດີ. ທ່ານ​ປະ​ທານ​ປະ​ເທດ​ຊີ້​ແຈ້ງວ່າ: ໃນ​ປີ 2015, ຈຸດ​ໝາຍ​ຕົ້ນ​ຕໍ​ທີ່ວາງ​ອອກ​ໃຫ້​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນນັ້ນ​ແມ່ນ​ໃນ​ທຸກໆ​ສະ​ພາບ​ການ​ຕ້ອງ​ອີງ​ໃສ່​ກຳ​ລັງ​ແຮ​ງ​ສັງ​ລວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ຂອງ​ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ, ອີງ​ໃສ່​ປະ​ຊາ​ຊົນ​, ຍົກ​ສູງວິ​ຊາ​ຊີບ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ທະ​ເລ, ໝູ່​ເກາະຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ພັກ, ລັດ, ປະ​ຊາ​ຊົນ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​ປັກ​ຮັກ​ສາ​ພາ​ລະ​ກິດ​ປ່ຽນ​ໃໝ່, ຫັນ​ປະ​ເທດ​​ຊາດເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ.

        ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ຂະ​ແໜງ​ຕຳຫຼວດ​ປະ​ຕິ​ບັດ​ວຽກ​ງານ​ຈຸດ​ສຸມ, ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ, ປະ​ຕິ​ບັດ​ສຳ​ເລັດ​ທຸກໆ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ພວມ​ຕັ້ງ​ຄວາມ​ຫວັງ, ມອບ​ໝາຍໃຫ​້.

ຂ່າວ/ບົດ​ອື່ນ