ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີມອບ ງົວພັນໃຫ້ຄົນທຸກຍາກ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີມອບ ງົວພັນໃຫ້ຄົນທຸກຍາກ - ảnh 1
ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ເຂົ້າ​ຮ່ວມ​ພິທີ​ມອບ​ງົວ​ພັນ​ໃຫ້​ຄົນ​ທຸກ​ຍາກ
(ພາບ: tuoitre.vn)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ງົວ​ພັນ​ໃຫ້​ຄົນ​ທຸກ​ຍາກ​ຕາ​ແສງ​​ເຂດ​ຊາຍ​ແດນ ​ແທງ​ລ່ວາ ​ແລະ ບ໋າ​ວ​ເລີມ, ​ແຂວງ ລ້າງ​ເຊີນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/8, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ​ໄລຍະ​ຜ່ານ​ມາ ພັກ ​ແລະ ລັດ​ໄດ້​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ​ໃນ​ສະພາບ​ການ​ນັ້ນ, ​ໂຄງການ “ງົວ​ພັນ​ຊ່ວຍ​ຄົນ​ທຸກ​ຍາກ​ເຂດ​ຊາຍ​ແດນ” ​ແມ່ນ​ຂໍ້​ລິ​ເລີ່​ມທີ່ດີ, ທັງ​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​ມີ​ທຶນ​ໃນ​ເບື້ອງຕົ້ນເພື່ອ​ພັດທະນາ​ເສດຖະກິດ, ທັງ​​ແນະນຳ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຢູ່​ບັນດາ​ແຂວງ​ເຂດ​ຊາຍ​ແດນ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ: ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ຊາຍ​ແດນ​ແມ່ນ​ບັນດາ​ຜູ້​ຕັ້ງໜ້າ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດໂດຍ​ກົງ, ປະກອບສ່ວນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ພັດທະນາ. ດັ່ງ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ບັນດາ​ໝູ່​ຄະນະ​ຄວນ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ລັດ ຊ່ວຍ​ພໍ່​ແມ່​ປະຊາຊົນ​ເຂດ​ຊາຍ​ແດນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ບັນດາ​ອົງການ​ກ່ຽວຂ້ອງ​ຄວນ​ເພີ່ມ​ທະວີ​ການ​ໂຄສະນາ​ເພື່ອ​ໃຫ້​ພະນັກງານ, ນັກຮົບ, ປະຊາຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ໂຄງການ, ໜູນ​ຊ່ວຍ​ດ້ານ​ສັດຕະວະ​ແພດ, ນຳ​ໃຊ້​ເຕັດ​ໂນ​ໂລ​ຢີ​ເພື່ອ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ປະຊາຊົນ​ຜູ້ທຸກ​ຍາກ​ເຂດ​ຊາຍ​ແດນ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ​, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ ​ແທງ​ລ່ວາ, ​ເມືອງ ກາວ​ໂລກ, ​ແຂວງ ລ້າງ​ເຊີນ.

 



ຂ່າວ/ບົດ​ອື່ນ