ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີມອບນາມມະຍົດນັກສິລະປິນປະຊາຊົນ,ນັກສິລະປິນດີເດັ່ນ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີມອບນາມມະຍົດນັກສິລະປິນປະຊາຊົນ,ນັກສິລະປິນດີເດັ່ນ - ảnh 1
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີມອບນາມມະຍົດ
ນັກສິລະປິນປະຊາຊົນ,ນັກສິລະປິນດີເດັ່ນ

(vovworld) – ​ ​ ຕ​ອນ​ເຊົ້າ​ວັນ​ທີ 10/1, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ນາມມະຍົດ​ນັກ​ສິລະ​ປິນປະຊາຊົນ, ນັກ​ສິລະ​ປິນ ດີ​ເດັ່ນ​ຄັ້ງ​ທີ 8. ​ເມື່ອ​ມອບ​ນາມມະຍົດ ​ແລະ ອວຍພອນ​ບັນດາ​ນັກ​ສິລະ​ປິນ​ໄດ້​ຮັບ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຖັນ​ແຖວ​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ດ້ານ​ສິລະ​ປະ, ສຸດ​ຈິດ​ສຸດ​ໃຈ​ບົນ​ແນວ​ຮົບ​ວັດທະນະ​ທຳ, ​ແນວ​ຄິດ, ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີ​ພາບ, ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ​ ແລະ ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນ​ັ້ນໜັກ​ວ່າ:

        “ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ປາດ​ຖະໜາ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ບັນດາ​ນັກ​ສິລະ​ປິນຈະ​ຕັ້ງໜ້າ​ຮຳ່ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຍົກ​ສູງ​ພູມ​ປັນຍາ, ຄຸນ​ນະ​ທາດ, ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ຄຸນສົມບັດ, ສືບ​ທອດ ​ແລະ ຜັນ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ວັນນະຄະດີ​ປະຕິວັດ, ຂອງ​ອະລິຍາ​ທຳ ຫວຽດນາມ. ບັນດາ​ນັກ​ສິລະ​ປິນ ກໍ່​ປະດິດ​ສ້າງ​ບັນດາ​ບົ​​ດ​ທີ່​ມີ​ຄຸນຄ່າ​ສູງ, ມີ​ບົດ​ມີ​ລັກສະນະ​ຍຸກ​ສະ​ໄໝ, ສ້າງ​ພື້ນຖານ​ສິລະ​ປະ ຫວຽດນາມ ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ, ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ ຫວຽດນາມ ອອກ​ສູ່​ໂລກ, ປະຕິບັດ​ຄວາມ​ມຸ່​ງ​ຫວັງ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແມ່ນ “ວັດທະນະທຳ​ເຍືອງ​ທາງ​ໃຫ້​ປະຊາຊົນ​ເດີນ​ຕາມ”.”


ຂ່າວ/ບົດ​ອື່ນ