ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງກຳລັງຊາວໜຸ່ມຕະລຸມບອນນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງກຳລັງຊາວໜຸ່ມຕະລຸມບອນນະຄອນໂຮ່ຈີມິນ - ảnh 1
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີ
ແຫ່ງວັນສ້າງຕັ້ງກຳລັງຊາວໜຸ່ມຕະລຸມບອນນະຄອນໂຮ່ຈີມິນ

(vovworld) –  ຕອນ​ຄຳ່​ວັນ​ທີ 27/3, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ພັດທະນາ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນນະຄອນ ​ໂຮ່ຈີ​ມິນ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ມີ​ທ່ານ​ ເຈືອງ​ເຕີນ​ຊາງ, ປະທານ​ປະ​ເທດ​, ທ່ານ ດິງລາ​ທັງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ການ​ນຳ​ບັນ​ດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ນະຄອນ ​ໂຮ່ຈີ​ມິນ, ບັນດາ​ພະນັກງານ​ຜູ້​ອາວຸ​ໂສ, ຜູ້ຕາງໜ້າ​ສູນ​ກາງ​ສະມາຄົມ​ອະ​ດີດຊາວ​ໜຸ່ມ​ຕະລຸມບອນ, ພ້ອມ​ກັບ​ຊາວ​ໜຸ່ມ​ຕະລຸມບອນ ​ແລະ ສະມາຊິກ​ຊາວ​ໜຸ່ມ​ນະຄອນ 2.000 ຄົນ.

        ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຜ່ານ 40 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ພັດທະນາ, ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ​ສະ​​ແດງ​ໃຫ້​ເຫັນ​ວ່າ​ນີ້​ແມ່ນ​ອົງການ​ເສດຖະກິດ - ສັງຄົມພິ​ເສດ​ສະ​ເພາະ, ມີ​ບົດບາດ​ການ​ເມືອງ​ສຳຄັນ, ປະຈັນບານ​ປະຕິບັດ​ບັນດາ​ໜ້າ​ທີ່​ພິ​ເສດສະ​ເພາະ​ໂດຍ​ນະຄອນ​ມອບໝາຍ​ໃຫ້, ພ້ອມ​ກັບ​ນະຄອນ​ແກ້​ໄຂບັນດາ​ບັນຫາ​ຂອງ​ປະຊາຊົນ. ທ່ານ ຫງວຽນ​ແທ່ງ​ຟອງ, ປະທານຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ ​ໂຮ່ຈີ​ມິນ, ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ຊາວ​ໜຸ່​ມຕະລຸມບອນ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຮູບຫຼາຍ​ແບບ​ກ່ວາ, ກຽມພ້ອມ​ຮັບ​ບັນດາ​ໜ້າ​ທີ່​ໃໝ່.

        ທ່ານ ​ເຈີ່ນ​ຟູ໋ລື້, ຫົວ​ໜ້າ​ຜູ​້ບັນຊາ​ການ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ​ຈະ​ຄົ້ນ​ຄ້ວາ, ສະ​ເໜີ​ຕໍ່​ນະຄອນ​ໃຫ້​ເຂົ້າ​ຮ່ວມ​ປະຕິບັດ​ບັນດາ​ລາຍການ​ບຸກທະລຸ​ຕິດ​ພັນ​ກັບ​ການ​ສ້າງ​ແບບ​ແຜນ​ດຳລົງ​ຊີວິດ​ສິວິ​ໄລ, ສ້າງ​ຄວາມ​ສວຍ​ງາມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ​້​ນະຄອນ. ພິ​ເສດ, ​ໃນວຽກ​ງານ​ສົມທົບ​ກັນ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ພວກ​ຂ້າພະ​ເຈົ້າຈະ​ຊຸກ​ຍູ້​ການຄົ້ນ​ຄ້ວາ​ສ້າງ​ຕັ້ງ​ບັນດາ​ຖັນ​ແຖວ​ຊາວ​ໜຸ່ມ​ຕະລຸມບອນ​ຢູ່​ບັນດາ​ເມື​ອງຈຸດສຸມ​ເພື່ອ​ສົມທົບ​ກັນກັບ​ກຳລັງ​ອື່ນໆ​ໃນ​ໄລຍະ​ຈະ​ມ​າ​ເຖິງ.”

ຂ່າວ/ບົດ​ອື່ນ