ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂອງຂະແໜງສືບລາຊະການລັບປ້ອງກັນປະເທດ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂອງຂະແໜງສືບລາຊະການລັບປ້ອງກັນປະເທດ - ảnh 1
ພິທີ​ສະ​ເຫ​ຼີມສະຫຼອງ70​ປີ​ແຫ່ງ​ວັນ​ມູນ​ເຊື້ອ​
ຂອງ​ຂະ​ແໜງສືບລາຊະການ​ລັບ​ປ້ອງ​ກັນ​ປະ​ເທດ
(ພາບ: TTXVN)


(vovworld) – ຕອນ​ບ່າຍວັນ​ທີ 23/10, ກົມ​ໃຫຍ່ 2, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອຂອງ​ຂະ​ແໜງ​ສືບລາ​ຊະ​ການ​ລັບ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ (25/10/1945 – 25/10/2015), ຕ້ອນ​ຮັບ​​ຫຼຽນ​ໄຊວິລະ​ກຳ​ຊັ້ນ​ໜຶ່ງ​ ​ແລະ ຫຼຽນ​​ໂຊ​ອິດ​ສະລະຊັ້ນ​ໜຶ່ງ ຂອງ​ລັດ​ລາວ ​ແລະ ຫຼຽນ​ໄຊ Mohaserayvut ຂອງ​ລາຊະ​ອາ​ນາ​ຈັກ​ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ​ຂະ​ແໜງສືບ​ລາຊະການ​ລັບ​ປ້ອງ​ກັນ​ປະ​ເທດ ​ໄດ້​ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັບ​ການ​ເຕີບ​ໃຫຍ່​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ການ​ພັດທະນາ​ຂອງປະ​ເທດ​ຊາດ; ຍາມ​ໃດ​ກໍ່​ປະຕິບັດ​ບັນດາ​ໜ້າ​ທີ່​​ເຊິ່ງ, ພັກ, ລັດ ​ແລະ ກອງທັບ​ມ​ອບໝາຍ​ໃຫ້​ເປັນ​ຢ່າງ​ດີ; ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ… ທ່ານ​ປະທານ​ປະ​ເທດ ​ຕີ​ລາຄາ​ວ່າ, ປະຈຸ​ບັນ, ສະພາບ​ການ​ໃນ​ໂລກ ​ແລະ ພາ​ກ​ພື້ນ​ພວມ​ມີ​ການ​ຜັນ​​ແປ​ຢ່າງ​ສັບ​ສົນ. ທ່ານ​ປະທານ​ປະ​ເທດ ໃຫ້​ຂໍ້​ສັງ​ເກດ​ວ່າ.

      “ບັນດາສະຫາຍຕ້ອງ​ສືບ​ຕໍ່​ປະຕິບັດ​ບົດບາດ​ເປັນ​ອົງການ​ສືບ​ລາຊະການ​ລັບ​ຍຸດ​ທະ​ສາດ​ຂອງ​ພັກ, ລັດ ​ແລະ ອົງການ​ສືບ​ລາຊະ​ການລັບ​ຂອງ​ຄະນະ​ພັກການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ໃຫ້​ເປັນ​ຢ່າງ​ດີ. ຕ້ອງສູູ້້ຊົນ​ເພື່ອ​ຍົກ​ສູງ​ຄຸນ​ນະພາບການ​ເຄື່ອນ​ໄຫວ​ໃຫ້​ດີກວ່າ​ອີກ, ຊັດ​​ເຈັນ​, ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ຄົ້ນພົບ, ຕີ​ລາຄາ​ຢ່າງ​ຖືກຕ້ອງສະພາບ​ການ ​ເພ່ື​ອກຳນົດ​ແຜນ​ນະ​ໂຍບາຍ, ຍຸດ​ທະ​ສາດ ​ແລະ ມາດຕະການ​ແກ້​ໄຂ​ຢ່າງ​ຖືກ​ຕ້ອງ, ທັນ​ການ”.

ຂ່າວ/ບົດ​ອື່ນ