ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສ.ຈີນ ສີ​ຈີນ​ຜິ​ງ, ວັນ​ທີ 02/09, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ ​ໄດ້​ນຳ​ໜ້າ​ຄະນະ​ຜູ​​້​ແທນ​ຂັ້ນ​ສູງຫວຽດນາມ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ປັກ​ກິງ, ປ​ະ​ເທດ​ຈີນ ​ເພື່ອ​ເຂົ້າຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 70 ​ປີ​ແຫ່ງ​ວັນ​ໄຊຊະນະ​ຟາດ​ຊິດ​ຂອງ​ປະຊາຊົນ​ໂລກ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 03/09. ຮ່ວມ​ເດີນທາງ​ພ້ອມ​ກັບ​ທ່ານ​ປະທານ​ປະ​ເທດ ມີ​ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ດ່າວວຽດຈຸ​ງ; ​ເສ​ນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ລັດຖະມົນຕີຊ່ວຍ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ ​ໂດ້ບ໋າ​ຕິ້; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໂຮ່ຊວນ​ເຊີນ ​ແລະ ​ເຈົ້າ​ໜ້າ​ທີ​ບາງ​ທ່ານ​ອີກ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ຈີນ ຈັດ​ພິທີສວນສະໜາມສະ​ແດງ​ກຳລັງ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສິ້ນ​ສຸດ​ສົງຄາມ​ໂລກ​ຄັ້ງ​ທີ 2.

ຂ່າວ/ບົດ​ອື່ນ