ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະປົກປັກຮັກສາປະເທດຊາດ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ​ປະ​ກອບ)

(vovworld) – ​​ ວັນ​ທີ 7/5, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ​ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ, ເຂົ້​າ​ຮ່ວມ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊ​ະ​ນະ​ປົກ​ປັກ​ຮັກ​ສາ​ປະ​ເທດ​​ຊາດທີ່​ຍິ່ງ​ໃຫຍ່​ຢູ່ ລັດ​ເຊຍ (ແຕ່​ວັນ​ທີ 7 – 10/5/2015), ຢ້​ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ. ເຊັກ​ໂກ (ແຕ່​ວັນ​ທີ 10 – 13/5/2015) ແລະ ຢ້​ຽມ​ຢາມ ສ. ອາ​ແຊກ​ໄບ​ຢານ (ແຕ່​ວັນ​ທີ 13 – 15/5/2015) ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ເຊັກ​ໂກ Milos Zeman ແລະ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ສ. ອາ​ແຊກ​ໄບ​ຢານ Ilham Aliev.

        ຄະ​ນະ​ຜ​ູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຢ້ຽມ​ຢາມ​ຄັ້ງ​ນ​ີ້​ລວມ​ມີ: ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ, ຫົວ​ໜ້າ​ຫ້ອງ​ວ່າ​ການ​ປະ​ທານ​ປະ​ເທດ ດ່າວ​ວຽດ​ຈູງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຮ່​ວາງ​ແອງ​ຕ໋ວນ, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ຫງວຽນ​ດືກ​ເລີ້ຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ ລັດ​ເຊຍ ຫງວຽນ​ແທງ​ເຊີນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະຈຳ ເຊັກ​ໂກ ເຈືອງ​ແມ້ງ​ເຊີນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເລ​ຮ່​ວາງກວນ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ ເຈືອງ​ກວາງ​ແຄ໋ງ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງຕຳຫຼວດ ບຸ່ຍ​ວັນ​ນາມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງອຸດ​ສາ​ຫະ​ກຳ - ການ​ຄ້າ ຮ່​ວາງກວກ​ເວື້ອງ.

 


ຂ່າວ/ບົດ​ອື່ນ