ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງບິ່ງເຢືອງ

ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງບິ່ງເຢືອງ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່)

(vovworld) ຕອນ​ເຊົ້າ​ວັນ​ທີ 26/10, ຢູ່​ນະຄອນ​ ບິ່ງ​ເຢືອງ, ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ ຄັ້ງ​ທີ 10 ອາຍຸ​ການ 2015 – 2020 ຖືກ​ໄຂ​ຂຶ້ນ​ຢ່າງ​​ເປັນ​ທາງ​ການ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈ​ືອງ​ເຕີ໋ນຊາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ໃຫຍ່. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຍັງ​ມີ​ອະດີດ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ມິ​ງຈ໋ຽດ, ທ່ານ​ນາງ​ຮ່າ​ທິຄ໋ຽດ ​ເລ​ຂາ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ.

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ຕັກ​ເຕືອນ​ແຂວງ ບິ່ງ​ເຢືອງ ສຸມ​ໃສ່​ປະຕິບັດ​ບັນດາ​ບາດ​ກ້າວ​ບຸກທະລຸ​ຍຸດ​ທະ​ສາດ​ຢ່າງ​ມີ​ປະສິດ​ທິຜົນ, ສ້າງ​ໂຄງ​ປະກອບ​ເສດ​​ຖະກິດ​ຄືນ​ໃໝ່ ​ເພື່ອ​ປ່ຽນ​ໃໝ່​​ຮູບ​ແບບ​ເຕີບ​ໂຕ​ ໂດຍ​ພື້ນຖານ ຕາມ​ທິດ​ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຊີ້​ແຈ້ງວ່າ:

        “​ທາງແຂວງ​ຄວນ​ສືບ​ຕໍ່​ກວດກາ, ສ້າງແຜນກຳນົດ​ພັດທະນາ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດຕ່າງໆ, ລະບົບ​ພື້ນຖານ​ໂຄງ​ລ່າງ, ຕົວ​ເມືອງ​ໃຫ້​ສົມບູນ​ແບບ. ​ແຜນກຳນົດ​ພັດທະນາ​ຂອງ ບິ່ງ​ເຢືອງ ຕ້ອງ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ພັດທະນາ​ລວມຂອງ​ເຂດ, ສ້າງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ຕໍ່​ເຂດ, ພິ​ເສດ​ແມ່ນ​ໃນ​ການ​ພັດທະນາ​ລະບົບ​ໂຄງ​ປະກອບ​ໂຄງ​ລ່າງ, ພັດທະນາ​ບັນດາ​ຂະ​ແໜງການ, ຂົງ​ເຂດ​ຕ່າງໆ, ຮັກສາ​ສິ່ງ​ແວດ​ລ້ອມ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຍົກສູງ​ຄວາມ​ສາມາ​ດບົ່ມ​ຊ້ອນ​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ. ອົງຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ ຄວນ​ມານະ​ພະຍາຍາມ​ສູ້​ຊົນ ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ສຸດ ​ເພື່ອ​ພັດທະນາ​​ຢ່າງ​ວ່ອງໄວ ​ແລະ ຍືນ​ຍົງ, ກໍ່ສ້າງ ບິ່ງ​ເຢືອງ ກາຍ​ເປັນ​ຕົວ​ເມືອງ ສີວິ​ໄລ ​ແລະ ທັນ​ສະ​ໄໝ”.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ກໍ່​ຮຽກຮ້ອງ​ອົງຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ດີ​ກ່ວາ​ອີກ, ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ທົ່ວ​ອົງຄະ​ນະ​ພັກ. ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ ຈະ​ດຳ​ເນີນ​ຮອດວັນ​ທີ 27/10/2015 ຈຶ່ງ​ອັດ​ລົງ.

ຂ່າວ/ບົດ​ອື່ນ