ປະທານປະເທດເຈືອງເຕິ໋ນຊາງເຮັດວຽກກັບສະຫະພັນທະນາຍຄວາມຫວຽດນາມ

ປະທານປະເທດເຈືອງເຕິ໋ນຊາງເຮັດວຽກກັບສະຫະພັນທະນາຍຄວາມຫວຽດນາມ - ảnh 1
(ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ
ເຮັດ​ວຽກ​ກັບ​ສະຫະພັນ​ທະນາຍຄວາມ​ຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ​ໄດ້ ເຮັດ​ວຽກ​ກັບ​ສະຫະພັນ​ທະນາຍຄວາມ​ຫວຽດນາມ ກ່ຽວ​ກັບ​ຜົນ​ແຫ່ງ​ການ​ປະຕິບັດ​ງານ​ໃນ​ອາຍຸ​ການ​ທີ​ໜຶ່ງ ​ແລະ 6 ​ເດືອນ​ຕົ້ນ​ປີ.

   ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ເນັ້ນ​ໜັກ​ເຖິງ​ທີ່​ຕັ້ງ, ບົດບາດ​ຂອງ​ທະນາຍຄວາມ​ໃນ​ການ​ປົກ​ປ້ອງ​ຄວາມ​ຍຸຕິ​ທຳ, ມະນຸດ, ລະບອບ​ກົດໝາຍ​ສັງຄົມ​ນິຍົມ ​ແລະ ຢືນຢັນ​ວ່າ, ພັກ, ລັດ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ສ້າງ​ຖັນ​ແຖວ​ທະນາຍຄວາມ​ຕາມ​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານ​ຕຸລາການ​ເຖິງ​ປີ 2020. ທ່ານ​ປະທານ​ກໍ່​ໄດ້​ຊົມ​ເຊີຍ​ການ​ເຄື່ອນ​ໄຫວ​ຂອງ​ທະນາຍຄວາມ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຈຳກັດ​ຄວາມ​ຜິດພາດ​ໃນ​ການ​ຕັດສິນ​ລົງ​ໂທດ, ປົກ​ປ້ອງ​ຄວາມ​ຍຸຕິ​ທຳ.

   “​ໄລຍະ​ຜ່ານ​ມາ, ທະນາຍຄວາມ​ໄດ້​ມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ຄົ້ນ​ພົບ​ກໍລະນີ ຖືກຕັດສິນ​ລົງ​ໂທດຢ່າງ​ຜິດພາດ, ຫຼື​ລອດອາດ​ສະ​ຍາກ​ອນ, ໝາຍ​ຄວາມ​ວ່າ​ປົກ​ປ້ອງ​ຄວາມ​ຍຸຕິ​ທຳ. ນີ້​ແມ່ນ​ໝາກຜົນ​ແຫ່ງການ​ສົມທົບ​ລະຫວ່າງ​ການ​ສືບສວນ​​ຄະດີ ​ແລະ ການ​ຟ້ອງ​ຄະດີຢູ່​ໃນ​ສານ, ຕາມ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ນີ້​ແມ່ນ​ພື້ນຖານ​ເພື່ອ​ປົກ​ປ້ອງ​ຄວາມ​ຍຸຕິ​ທຳ, ປົກ​ປ້ອງ​ສິດທິ​ມະນຸດ“.

    ທ່ານ​ປະທານ​ຖື​ວ່າ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ທະນາຍຄວາມ​ຄວນ​ມີ​ການ​ສົມທົບ​ຢ່າງ​ແໜ້​ນ​ແຟ້ນກັບ​ບັນດາ​ອົງການ, ຂະ​ແໜງ​ການ ກໍ່​ຄື​ທ້ອງ​ຖີ່​ນຕ່າງໆ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປັບປຸງ​ລະບົບ​ກົດໝາຍ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສາກົນ ​ເພື່ອ​ສາມາດ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ໂລກ​ໃນ​ສະພາບ​ປະ​ເທດ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກັບ​ໂລກ.

ຂ່າວ/ບົດ​ອື່ນ