ປະທານປະເທດເຈືອງເຕີນຊາງເຮັດວຽກກັບໂຮງຮຽນພະນັກງານສານ

ປະທານປະເທດເຈືອງເຕີນຊາງເຮັດວຽກກັບໂຮງຮຽນພະນັກງານສານ - ảnh 1
ປະທານປະເທດເຈືອງເຕີນຊາງເຮັດວຽກກັບໂຮງຮຽນພະນັກງານ
ສານ
(ພ​າບ: vovgiaothong.vn)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 19/3, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊ​ີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການສູນ​ກາງ, ໄດ້​ລົງ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ກັບ​ໂຮງ​ຮຽນ​ພະ​ນັກ​ງານ​ສານ. ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ບັນ​ດ​າ​ຜູ​້​ແທນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ບໍ່​ມ​ີ​ຖັນ​ແຖວ​​ຜູ້​ພິ​ພາກ​ສາ ແລະ ບັນ​ດາ​ຕຳ​ແໜ່ງ​ອື່ນໆ​ທີ່​ດີ​ຂອງ​ສານ ຈະ​ບໍ່​ມີ​ພື້ນ​ຖານ​ຍຸ​ຕິ​ທຳ​ທີ່​ດີ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເໜີ​ຂະ​ແໜງ​ສານ​ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ຄຸນ​ນະ​ພາບ, ປະ​ສິດ​ທ​ິ​ຜົນ​ວຽກ​ງານ​ບຳ​ລຸງ​ສ້າງ, ແກ້​ໄຂ​ບັນ​ດາ​ການ​ຂາດແຄນ​ກ່ຽວ​ກັບ​ຄຸນ​ນະ​ພາບ ແລະ ປະ​ລິ​ມານ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ບັນ​ດາ​ຕຳ​ແໜ່ງ​ໃນ​ລະ​ບົບ​ສານ​ຢ່າງ​ຮີບ​ດ່ວນ. ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮ້ອງ​ຕ້ອງ​ການ​ຂອງ​ຍຸ​ດ​ທະ​ສາດ​ປະ​ຕິ​ຮູບ​ຕຸ​ລາກ​ານ​ໃນ​ໄລ​ຍະ​ໃໝ່, ທ່ານ​ປະ​ທານ​ປະ​ເທດ ໃສ່​ໃຈ​ໂຮງ​ຮຽນ​ພະ​ນັກ​ງານ​ສານ​ຕ້ອງ​ປະ​ຕິ​ບັດ​ສຳ​ເລັດ​ຫຼັກ​ສູດ​ການສອນ​ເໝາະ​ສົມ​ກັບ​ຊີ​ວິດ​ຕົວ​ຈິງ, ພ້ອມ​ທັງ​ສົ່ງ​ເສີມ​ການ​ຮຽບ​ຮຽງ​ແຜນ​ຮ່າງ​ສ້າງ​ຕັ້ງ​ວິ​ທະ​ຍາ​ຄານ​ສານ​ຢ່າງ​ຮີບ​ດ່ວນ, ນີ້​ຈະ​ແມ່ນ​ຮາກ​ຖານ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທ​ະ​ຍາ​ໄລ, ປະ​ຕິ​ບັດ​ທັງ​ພາ​ລະ​ໜ້າ​ທ​ີ່​ຝຶກ​ອົບ​ຮົມ​ວິ​ຊາ​​ການ​ເປັນ​ປະ​ຈຳ, ​ທັງໜ້າ​ທີ່ບ​ຳ​ລຸງ​ສ້າງ​​ວິ​ຊາ​ຊີບ​ໃຫ້​ແກ່​ບັນ​ດາ​ຕຳ​ແໜ່ງ​ໃນ​ສານ, ພາ​ລະ​ໜ້າ​ທີ່ບ​ຳ​ລຸງ​ສ້າງ​ຂັ້​ນ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ເ​ໜື​ອມະ​ຫາ​ວິ​ທະ​ຍາ​ໄລ​ໃຫ້​ແກ່​ຂະ​ແໜງ​ສານ.


ຂ່າວ/ບົດ​ອື່ນ