ປະທານປະເທດເຈືອງເຕິ໋ນຊາງເຮັດວຽກຢູ່ແຂວງບິ່ງດິ້ງ

ປະທານປະເທດເຈືອງເຕິ໋ນຊາງເຮັດວຽກຢູ່ແຂວງບິ່ງດິ້ງ - ảnh 1

ທ່ານປະທານປະເທດເຈືອງເຕິ໋ນຊາງເຮັດວຽກກັບບັນດາຫົວໜ່ວຍຢູ່ທ່າຫາປາກວີເຍີນ
(ພາບ: ອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ​ 31/10, ຢູ່​ທ່າ​ຫາ​ປາ ກຸຍເຍີນ, ດຳ​ເນີນ​ພິທີ​ມອບ-​ຮັບ​ເຕັກ​ໂນ​ໂລ​ຢີ ​ແລະ ອຸປະກອນ​ຫາ​ປາທູ​ນາ​ມະຫາ​ສະໝຸດ​ຂອງ​ຍີ່​ປຸ່ນ ​ໃຫ້​ຊາວ​ປະມົງ​ບິ່ງ​ດິ້ງ. ນີ້​ແມ່ນ​ການ​ມອບ-​ຮັບ​ທຳ​ອິດ​ໃນ​ໂຄງການ ມອບ​-ຮັບ​ເຕັກ​ໂນ​ໂລ​ຢີ ​ແລະ ອຸປະກອນ​ຫາ​ປາທູ​ນາ​ມະຫາ​ສະໝຸດ​ຂອງ​ຍີ່​ປຸ່ນ ​ໃຫ້​ຊາວ​ປະມົງ​ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງບິ່ງ​ດິ້ງ  ​ແລະ ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA), ສະມາຄົມ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ ຢູ່ Sakai ຈັດ​ຕັ້ງ.

ທີ່​ພິທີ, ທ່ານປະທານ​ປະ​ເທດ ​ເຈ​ືອງ​ເຕິ໋ນຊາງ ພ້ອມ​ກັບ​ການ​ນຳ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ​ແຂວງ​ບິ່ງ​ດິ້ງ ພ້ອມ​ກັບ​ບັນດາ​ຊາວ​ປະມົງ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກມອບ​-ຮັບ​ເຕັກ​ໂນ​ໂລ​ຢີ ​ແລະ ອຸປະກອນ​ຫາ​ປາທູ​ນາ​ມະຫາ​ສະໝຸດ​ຂອງ​ຍີ່​ປຸ່ນ ​ແລະ ທຶນ​ຍົກ​ລະດັບຫ້ອງ​ຄຸ້ມ​ຄອງ​ຮັກສາ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ​ໃຫ້​ຊາວ​ປະມົງ​, ບົດ​ບັນທຶກ​ການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ​ຍີ່ປຸ່ນ Kagoshima ​ແລະ ​ແຂວງ ບິ່ງ​ດິ້ງ​ ໃນ​ການ​ຄົ້ນ​ຄ້ວາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ສິນ​ໃນ​ນຳ້. ທ່ານປະທານ​ປະ​ເທດ ​ເຈ​ືອງ​ເຕິ໋ນຊາງ ກໍ່​ມອບ​ຂອງຂວັນ​ໃຫ້​ຊາວ​ປະມົງ​ເຂົ້າ​ຮ່ວມ​ລາຍການ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ຕິດຕາມ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ.

 

ຂ່າວ/ບົດ​ອື່ນ