ປະທານປະເທດເຈືອງເຕີນຊາງເຮັດວຽກຢູ່ແຂວງເຊີນລາ

ປະທານປະເທດເຈືອງເຕີນຊາງເຮັດວຽກຢູ່ແຂວງເຊີນລາ - ảnh 1
ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ​ປະ​ກອບ)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 17/1, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ​ໄດ້​ເຮັດ​ວຽກ​ຢູ່​ແຂວງ ເຊີ​ນ​ລາ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄັ້ງ​ທີ 11 ແລະ ສະ​ພາບ​ການ​ປະ​ຕິ​ບັດ​ເສດ​ຖະ​ກິດ - ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວນ​ແຂວງ. ທີ່​ການ​ເຮັດ​ວຽກກັບ​ການນ​ຳຫຼັກ​ແຫຼ່ງ​ແຂວງ, ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ຫັນ​ປ່ຽນ​ຕັ້ງ​ໜ້າ​ຂອງ​ແຂວງ​ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ຖື​ວ່າ ເຊີນ​ລາ ຄວນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ແມ່ນ​ກະ​ສິ​ກຳ, ເຄື່ອງ​ປ່າ​ຂອງ​ດົງ, ສຸມ​ໃສ່​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊ​າງ ໃສ່​ໃຈ​ວ່າ: ເລື່ອງ​ລົງ​ທຶນ​ຕ້ອງ​ມີ​ຈຸດ​ສຸມ, ຫຼີກ​ລ້ຽງ​ການ​ລົງ​ທຶນ​ແບບ​ກະ​ແຈກ​ກະ​ຈາຍ, ບໍ່​ມີ​ປະ​ສິດ​ທິ​ຜົນ.

        ກ່ອນ​ໜ້ານັ້ນ, ໃນ​ຕອນ​ບ່າຍ​ວັນ​ທີ 16/1, ທ່ານ​ປະ​ທານ​ປ​ະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຊອກ​ຮູ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່ນ​ປະ​ຊາ​ຊົນ ແລະ ສຳຫຼວດ​ເສັ້​ນ​ທາງ​ຊາ​ຍ​ແດນ​ຢູ່​ເມືອງ ຊົງ​ໝ້າ ແລະ ໂຊບ​ກົບ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ໄດ້​ມອບ​ຂອງ​ຂວັນ 100 ພູດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຕາ​ແສງ​ຊາຍ​ແດນ​ ເມື່ອງ​ລ້າງ, ເມືອງ ໂຊບ​ກົບ.


ຂ່າວ/ບົດ​ອື່ນ