ປະທານປະເທດເຈືອງເຕີ້ນຊາງໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ຊາອຸດິອາຣາເບຍ ເຂົ້າຢ້ຽມອຳລາ

ປະທານປະເທດເຈືອງເຕີ້ນຊາງໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ຊາອຸດິອາຣາເບຍ ເຂົ້າຢ້ຽມອຳລາ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ

(vovworld)- ຕອນ​ບ່າຍ​ວັນ​ທີ 10/6, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດິອາຣາ​ເບຍ Salah Ahmed Hamed Sarhan ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຢືນຢັນ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ຮ່ວມ​ມື​ກັບ ຊາ​ອຸ​ດິອາຣາ​ເບຍ ​ແລະ ​ເນັ້ນ​ໜັກ​ວ່າ ບົນ​ພື້ນຖານ​ທີ່​ບັນລຸ​ໄດ້, 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ໃຫ້​ຍິ່ງຂຶ້ນ​ອີກ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຫວັງ​ວ່າ ຊາ​ອຸ​ດິອາຣາ​ເບຍສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ​ອອກ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ສະພາ​ເສດຖະກິດ​ສັງຄົມ ​ແລະ ກຳມະການ​ບໍ່​ປະຈຳການ​ສະພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດິອາຣາ​ເບຍ Hamed Sarhan ຖື​ວ່າ ຊາ​ອຸ​ດິອາຣາ​ເບຍ ຍາມ​ໃດ​ກໍ​ຖື​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ. 2 ປະ​ເທດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ, ພ້ອມ​ກັນ​ນັ້ນ, ການ​ທີ່​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດໃນ​ທຸກໆ​ຂົງ​ເຂດ, ພ້ອມ​ທັງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີປາ​ໄສ​ສາກົນ. 

ຂ່າວ/ບົດ​ອື່ນ