ປະທານປະເທດເຈືອງເຕີນຊາງໄປມານີລາເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງAPEC23

ປະທານປະເທດເຈືອງເຕີນຊາງໄປມານີລາເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງAPEC23 - ảnh 1
ທ່ານປະທານປະເທດເຈືອງເຕີນຊາງໄປມານີລາ
ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງAPEC23
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 17/11, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​ໄດ້​ເດີນທາງ​​ໄປຮອດ​ສະໜາມ​ບິນ Ninoy Aquino, ມາ​ນີລາ, ປະ​ເທດ​ຟິລິບ​ປີນ, ​ເລີ່​ມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ ຄັ້ງ​ທີ 23 (APEC 23). ພາຍຫຼັງ​ໄປ​​ເຖິງ​ມາ​ນີລາ, ທ່ານ​ປະທານ​ປະ​ເທດ ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະທານ​ສະພາ​ຕໍ່າ​ຟິລິບ​ປີນ Faliciana Belmonte ​ແລະ ຕ້ອນຮັບ​ທ່ານປະທານ​ສະມາຄົມມິດຕະພາບ​ຫວຽດນາມ - ​ຟິລິບ​ປີນ Eddoe Harde. ວັນ​ທີ 17/11, ທ່ານ​ປະທານ​ປະ​ເທດ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄັ້ງ​ທີ 6 ຂອງ​ບັນດາ​ການ​ນຳ​ວິ​ສາ​ຫະກິດ APEC ດ້ວຍ​ຫົວ​ຂໍ້​ວ່າ​ “ຍຸດ​ທະ​ສາດ​ເພື່ອ​ການ​ເຕີບ​ໂຕ​ຢ່າງຍຸຕິ​ທຳ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​​ເອງ”. ​ແລະ​​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຈລະຈາ​ກັບ​ທ່າ​ນປະທານາທິບໍດີ​ຟິລິບ​ປີນ Benigno Aquino III ​ເພື່ອ​​ແນ​ໃສ່​ຮັດ​​ແໜ້ນກາ​ນພົວພັນ​ລະຫວ່າງ 2 ປະ​ເທດກວ່າ​ອີກ​.

      ຄະນະ​ຜູ້​ແທນ​ຫວຽດນາມ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ APEC 23 ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ເປັນ​ເຈົ້າ​ການ​ປະກອບ​ຄຳ​ເຫັນ​ໃສ່​​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ແມ່ນບັນຫາ​ກ່ຽວ​ຂ​້ອງ​ເຖິງກາຍ​ຮ່ວມ​ສຳພັນ​ເສດຖະກິດ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ບັນດາ​ບັນຫາ​ທ່ີກ່ຽວ​ຂ້ອງ​ເຖິງ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ, ຂະໜາດ​ນ້ອຍ ​ແລະ ນ້ອຍທີ່​ສຸດ, ​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ​ໃນ APEC ​ແລະ ​ເປັນ​ເຂົ້າ​ການ​ໃນ​ການ​ກະກຽມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC 2017.

ຂ່າວ/ບົດ​ອື່ນ