ປະທານປະເທດເຈືອງເຕິ໋ນຊາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຢາງ

ປະທານປະເທດເຈືອງເຕິ໋ນຊາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຢາງ - ảnh 1
ທ່ານ ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ ຢ້ຽມຢາມປ້ອມປ້ອງກັນຊາຍແດນ ດົ່ງວັນ
(ພາບ:tienphong.vn)


(vovworld) - ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ, ວັນ​ທີ 12 ​ແລະ 13/1, ທ່ານ ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ໄດ້​ລົງ​ກວດກາ​​ເຂດຊາຍ​ແດນ, ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ ​ແລະ ບັນດາ​ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​​ໃນ​ເຂດ​ຊາຍ​ແດນ​ແຂວງ​ຮ່າ​ຢາງ. ​ໃນ​ການ​ເຮັດ​ວຽກ​ຢູ່​ຕາ​ແສງ ນຽມ​ຕ່ອງ, ​ເມືອງ​ແມ່ວຫວາ​ກ, ​ແຂວງ​ຮ່າ​ຢາງ. ທ່ານ​ປະທານ​​ເນັ້ນ​ໜັກ​ວ່າ ​ທາງ​ທ້ອງ​ຖີ່​ນຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ ​ເພື່ອ​ຫັນ​ຈາກ​ການ​ຜະລິດ​ແບບ​ກຸ້ມ​ຕົນ​ເອງ​ໄປ​ສູ່​ການ​ຜະລິດ​ເປັນ​ສິນຄ້າ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ທ້ອງ​ຖີ່​ນຕ່າງໆ.

        “ທ່າ​ແຮງ​ຂອງ​ແມ່ວຫວາ​ກ ​ແມ່ນ​ປູກ​ສາລີ​​ ແລະ ​ລ້ຽງສັດ​ອີກ. ດັ່ງ​ນັ້ນ​ຕ້ອງ​ກວດຄືນ​ທ່າ​ແຮງ​ຂອງ​ຕົນ​ເພື່ອ​ພະຍາຍາມ​ເສີມ​ຂະຫຍາຍ. ຝ່າຍຈີນ​ປູກສາລີ​ແນວ​ໃຫ້​ສະມັດ​ຕະພາບ​ສູງ, ພວກ​ເຮົາຄວນ​ພະຍາຍາມ​ຮຳ່ຮຽນ​ເອົາ​ບົດຮຽນ​ຂອງ​ເຂົາ​ເຈົ້າ, ນຳ​ແນວ​ພັນ​ໃໝ່​ເຂົ້າ​ໃນ​ການ​ປູກຝັງ, ​ເຮັດ​ຄື​ແນວ​ນັ້ນ, ຊີວິດ​ຂອງ​ປະຊາຊົນ​ຈຶ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ“.

ຢູ່​ຕາ​ແສງຫວຽດ​ເລີມ, ​ເມືອງວິ​ຊວຽນ ​ໃນ​ເຂດ​ຊາຍ​ແດນ, ທ່ານ​ປະທານກໍ່​ຍ້ອງຍໍ​ສັນລະ​ເສີນ​ຄວາມ​ສາມັກຄີ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່. ​

ໃນ​ໂອກາດບຸນປີ​ໃໝ່, ປີ​ມະ​ເມຍ 2014, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ​ໄດ້​ມອບ​ຂອງຂວົນ​ໃຫ້​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ມອບ​ຂອງຂວັນ 300 ພູດ, ຜ້າ​ຫົ່ມ 200 ຄັນ ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ນະ​ໂຍບາຍ​ຂອງ​ແຂວງ​ຮ່າ​ຢາງ ​ແລະ ອວຍພອນ​ໃຫ້​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້​ ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ມີ​ຄວາມ​ ​ສຸກ.

ຂ່າວ/ບົດ​ອື່ນ