ປະທານປະເທດເປັນປະທານກອງປະຊຸມກະກຽມສະຫລຸບການປະຕິບັດການປະຕິຮູບດ້ານຕຸລາການ

ປະທານປະເທດເປັນປະທານກອງປະຊຸມກະກຽມສະຫລຸບການປະຕິບັດການປະຕິຮູບດ້ານຕຸລາການ - ảnh 1
ປະທານປະເທດເປັນປະທານກອງປະຊຸມກະກຽມສະຫລຸບການປະຕິບັດການປະຕິຮູບດ້ານຕຸລາການ
(ຈາກ: VGP/Lê Sơn)

(vovworld) – ກ່າວຄຳ​ເຫັນ​​ໄຂ​ກອງ​ປະຊຸມຮັບ​ເອົາ​ຄຳ​ເຫັນ​ປະກອບ​​ໃຫ້ຮ່າງ​ບົດ​ລາຍ​ງານ​ສະຫລຸບ​ວຽກ​ງານ​ປະຕິບັດມະຕິ 49 – NQ/TW ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານຕຸລາກາ​ນຮອດ​ປີ 2020 ​ສຳລັບ​ເຂດພາກ​​ເໜືອ, ​ເຊິ່ງຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ​ ​ແຜນ​ນະ​ໂຍບາຍ​ສ້າງ​ລັດ​ແຫ່ງ​ອຳນາດນິຕິ​ບັນຍັດ​ສັງຄົມ​ນິຍົມ ​ໂດຍ ພັກ​ກອມ​ມູນິດ ຫວຽດນາມ ວາງ​ອອກ​ແມ່ນ​ຂໍ້​ຕົກລົງ​ມີ​ລັກສະນະ​ປະຫວັດສາດ, ​ເພື່ອ​ຫັນ​ເປັນ​ລະບຽບ​ກົດໝາຍ ​ໃນ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ປີ 2001). ປະຕິບັດ​ແຜນ​ນະ​ໂຍບາຍ​ນີ້, ກົມ​ການ​ເມືອງ​​ໄດ້​ປະກາດ​ໃຊ້​ມະຕິ 49 – NQ/TW  ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບດ້ານ​ຕຸລາການ​ຮອດ​ປີ 2020. ປະຕິບັດ​ຍຸດ​ທະ​ສາດ​ມີ​ຄວາມ​ໝາຍ​ສຳຄັນພິ​ເສດນີ້​ຈະ​ສ້າງ​ບາດ​ລ້ຽວ​ໃຫ້​ແກ່​ພື້ນຖານ​ຕຸລາການ​ຂອງ​ປະ​ເທດ​​ດ້ວຍ​ຈຸດໝາຍ​ວາງ​ອອກ​ແມ່ນ: “ສ້າງ​ພື້ນຖານ​ຕຸລາການ​ປອດ​ໄສ, ໝັ້ນຄົງ, ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ​ເຂັ້ມ​ງວດ, ປົກ​ປ້ອງ​ຍຸຕິ​ທຳ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຮັບ​ໃຊ້​ປະຊາຊົນ, ຮັບ​ໃຊ້​ປະ​ເທດ​ສັງຄົມ​ນິຍົມ ຫວຽດນາມ ​”. ​ເຖິງ​ຢ່າງ​ໃດກໍ່ຕາມ, ຄຽງ​ຄູ່​ກັນ​ນັ້ນ, ​ເລື່ອງ​ປະຕິບັດ​ໜ້າ​ທີ່​ປະຕິ​ຮູບ​ດ້ານຕຸລາການ​ກໍ່ວາງ​ອອກ​ຫຼາຍ​ບັນຫາ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​​ແກ້​ໄຂ​ເພື່ອ​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ໄລຍະ​ໃໝ່.

    ​ເມື່ອ​ທາ​ບທາມ​ຄວາມ​ເຫັນ ​ແລະ ປຶກ​ສາ​ຫາລື​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຮັດ​​​ແຈ້ງ​ເລື່ອງຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ໃນ​ໄລ​ຍະ​ຜ່ານ​ມາ​ບົນ​ພື້ນຖານ​ຄົ້ນ​ຄ້ວາ, ຕີ​ລາຄາ​ໝາກຜົນ​​ແຫ່ງ​ການ​ປະຕິບັດ​ບັນດາ​ທັດ​ສະ​ນະ, ຄາດໝາຍ, ຄຳ​ຮຽກຮ້ອງໜ້າ​ທີ່​ລະອຽດ​ຂອງ​ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸລາການບັນດາ​ບັນຫາ​​ເຮັດ​ໄດ້ ຫຼື ບໍ່​ທັນ​ເຮັດ​ໄດ້​ກໍ່​ຄື​ບັນຫາທີ່​ຍັງ​ມີ​ຄວາມ​ເຫັນທີ່​ແຕກ​ຕ່າງ​ກັນ, ຈາກ​ນັ້ນ​ຈະຖອດ​ຖອນ​ບົດຮຽນ.

 


ຂ່າວ/ບົດ​ອື່ນ