ປະທານປະເທດເຮັດວຽກກັບບັນດາອົງການສືບສວນຂຶ້ນກັບກະຊວງຕຳຫລວດ,ກະຊວງປ້ອງກັນປະເທດ

ປະທານປະເທດເຮັດວຽກກັບບັນດາອົງການສືບສວນຂຶ້ນກັບກະຊວງຕຳຫລວດ,ກະຊວງປ້ອງກັນປະເທດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
ເຮັດ​ວຽກ​ກັບ​ບັນດາ​ອົງການ​ສືບ​ສວນ​ທີ່ຂຶ້ນ​ກັບ​ກະຊວງ​ຕຳຫລວດ
(ພາບ: TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 10/11 ຢູ່ ຮ່າ​ໂນ້ຍ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ທີ່​ເຮັດ​ວຽກ​ກັບ​ບັນດາ​ອົງການ​ສືບ​ສວນ​ທີ່ຂຶ້ນ​ກັບ​ກະຊວງ​ຕຳຫລວດ, ກະຊວງ​ປ້ອງກັນ​ປະ​ເທດ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ກ່ຽວກັບ​ສະພາບ​ການ, ການຈັດ​ຕັ້ງ​ເຄື່ອນ​ໄຫວ, ວຽກ​ງານການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ບັນດາ​ໝາກຜົນ, ຜົນງານ ​ເຊິ່ງບັນດາ​ອົງການ​ສືບສວນ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ​ສະ​ເໜີ​ວ່າ ບັນດາ​ອົງການ​ສືບສວນສືບ​ຕໍ່ຊາບ​ຊຶມ, ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ລັດ ກ່ຽວ​ກັບ​ຂົງ​ເຂດ​ນິຕິ​ກຳຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ສຸມ​ໃສ່ບູລະນະ​ການຈັດ​ຕັ້ງ​ກົງຈັກ​ລັດ​, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວນັກ​ສືບສວນ, ​ເພີ່ມ​ທະວີລະບອບ​ກົດໝາຍ​ສັງຄົມ​ນິຍົມ, ສືບສວນ ສອບ​ສວນ, ຕິດຕາມ​ກວດກາ, ສັ່ງຟ້ອງ​​​ໃຫ້​ຊັດ​ເຈນ, ພາວະ​ວິ​ໄສ​ຖືກ​ຄົນ​ ຖືກ​ໂທ​ດ ​ຖືກກົກດໝາຍ, ທ່ານ​ປະທານ​ປະ​ເທດສະ​ເໜີ​ບັນດາ​ອົງການ​ສືບສວນ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງວຽກ​ງານ​ກໍ່ສ້າງ, ບຳລຸງ​ສ້າງ, ຍົກ​ສູງ​ລະດັບ​ຄວາມ​ຮູ້ດ້ານ​ວິຊາ​ການ, ກົດໝາຍ, ຍົກ​ສູງ​ຈິດ​​ໃຈຄວາມ​ຮັບຜິດ​ຊອບ​ຂອງ​ຖັນ​ແຖວ​ນັກ​ສືບສວນ. ພິ​ເສດ ​ໃນ​ສະພາບ​ການ ອາດຊະຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ນັບ​ມື້​ນັບຜັນ​ແປ​ຢ່າງ​ສັບສົນ, ຄວນ​ເອົາ​ໃຈ​ໃສ່​ກໍ່ສ້າງ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກ​ງານ​ສືບສວນ​ມີຄວາມ​ຮູ້​ຈຳ​ເປັນ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ - ​ເຕັກ​​ໂນ​ໂລ​ຢີ, ພາສາ, ກົດໝາຍ​ສາກົນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສືບ​ສວນ​ອາດຊະຍາ​ກທີ່ຳອັນຕະລາຍ​ນີ້.

ຂ່າວ/ບົດ​ອື່ນ