ປະ​ທານ​ປະ​ເທດ​ແຕ່ງ​ຕັ້ງ​ເພີ່ມ​ນາຍ​ທະ​ຫານ​ໄປ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ເຮັດ​ໜ້າ​ທີ່​ຢູ່ Abyei ຕື່ມ​ອີກ

(VOVWORLD) - ຕອນເຊົ້າວັນທີ 26 ກໍລະກົດ, ກະຊວງປ້ອງກັນປະເທດ ຈັດພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສຳລັບນາຍທະຫານ 2 ສະຫາຍ ໄປເຮັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຄະນະປົກປັກຮັກສາສັນຕິພາບ ສປຊ UNISFA, ເຂດ Abyei.
ປະ​ທານ​ປະ​ເທດ​ແຕ່ງ​ຕັ້ງ​ເພີ່ມ​ນາຍ​ທະ​ຫານ​ໄປ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ເຮັດ​ໜ້າ​ທີ່​ຢູ່ Abyei ຕື່ມ​ອີກ - ảnh 1ພິທີມອບຂໍ້ຕົກລົງ (ພາບ: ຈ້ອງດຶກ)

ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ, ເປັນປະທານພິທີມອບຂໍ້ຕົກລົງດັ່ງກ່າວ.

        ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ແຕ່ງຕັ້ງພະນັກງານສັງກັດກຳລັງກອງທັບ ແລະ ຕຳຫຼວດ ຫຼາຍກວ່າ 800 ຄົນ ໄປຜັນຂະຫຍາຍຕາມຕາມຮູບແບບສ່ວນຕົວ ແລະ ກົມກອງ ຢູ່ 3 ຄະນະ ແລະ ສຳນັກງານ ສປຊ. ຕາມການຕີລາຄາຂອງບັນດາຄະນະ ແລະ ອົງການ ສປຊ, ບັນດານາຍທະຫານ ຫວຽດນາມ ມີຄວາມມານະພະຍາຍາມໃນການປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍ, ສະແດງໃຫ້ເຫັນຄວາມເປັນມືອາຊີບ, ມີລະບຽບວິໄນສູງ, ອັນໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງໃຫ້ແກ່ການນຳຄະນະປົກປັກຮັກສາສັນຕິພາບ, ເພື່ອນຮ່ວມງານສາກົນ ແລະ ປະຊາຊົນທ້ອງຖິ່ນ ດ້ວຍການປະກອບສ່ວນຢ່າງລະອຽດ, ແທດຈິງ, ມີລັກສະນະມະນຸດສະທຳ./.


 

ຕອບກັບ

ຂ່າວ/ບົດ​ອື່ນ