ປະ​ທານ​ປະ​ເທດ​ໂຕ​ເລິມ​ເປັນ​ປະ​ທານ​ຄະ​ນະ​ຊີ້​ນຳ​​ການ​ປະ​ຕິ​ຮູບ ​ຕຸ​ລາ​ການ​ສູນ​ກາງ

(VOVWORLD) - ທ່ານປະທານປະເທດ ໂຕເລິມໄດ້ຕີລາຄາສູງ ຄະນະຊີ້ນຳໃນບັນດາອາຍຸການທີ່ໄດ້ຊີ້ນຳປະຕິບັດສຳເລັດນະໂຍບາຍ, ກົດໝາຍອາຍາ, ກົດໝາຍແພ່ງ, ການຮ້ອງຟ້ອງຄະດີດ້ານຕຸລາການ; ຫັນເປັນລະບອບລະບຽບການຢ່າງທັນການ, ມີແຜນນະໂຍບາຍ, ແນວທາງກ່ຽວກັບການປະຕິຮູບຕຸລາການຢ່າງຄົບຖ້ວນໃນຫຼາຍປະມວນກົດໝາຍສະບັບຕ່າງໆກ່ຽວກັບຕຸລາການ
ປະ​ທານ​ປະ​ເທດ​ໂຕ​ເລິມ​ເປັນ​ປະ​ທານ​ຄະ​ນະ​ຊີ້​ນຳ​​ການ​ປະ​ຕິ​ຮູບ ​ຕຸ​ລາ​ການ​ສູນ​ກາງ - ảnh 1ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ, ເປັນປະທານກອງປະຊຸມຂອງຄະນະຊີ້ນຳ ເພື່ອຕີລາຄາສະພາບການ, ໝາກຜົນການປະຕິບັດງານໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບທິດທາງ, ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ໂຕເລິມໄດ້ຕີລາຄາສູງ ຄະນະຊີ້ນຳໃນບັນດາອາຍຸການທີ່ໄດ້ຊີ້ນຳປະຕິບັດສຳເລັດນະໂຍບາຍ, ກົດໝາຍອາຍາ, ກົດໝາຍແພ່ງ, ການຮ້ອງຟ້ອງຄະດີດ້ານຕຸລາການ; ຫັນເປັນລະບອບລະບຽບການຢ່າງທັນການ, ມີແຜນນະໂຍບາຍ, ແນວທາງກ່ຽວກັບການປະຕິຮູບຕຸລາການຢ່າງຄົບຖ້ວນໃນຫຼາຍປະມວນກົດໝາຍສະບັບຕ່າງໆກ່ຽວກັບຕຸລາການ. ທ່ານໃຫ້ຮູ້ວ່າ:

ໃນກອງປະຊຸມມື້ນີ້, ບັນດາສະມາຊິກຄະນະຊີ້ນຳໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງກົມການເມືອງກ່ຽວກັບຄວາມຈຳເປັນຕ້ອງຮັກສາການຈັດຕ້ັງ ແລະ ການເຄື່ອນໄຫວຂອງຄະນະຊີ້ນຳເພື່ອຊ່ວຍກົມການເມືອງຊີ້ນຳນຳພາຜັນຂະຫຍາຍບັນດາໜ້າທີ່ປະຕິຮູບຕຸລາການຢ່າງມີປະສິດທິຜົນຕາມບັນດາແຜນນະໂຍບາຍຂອງພັກ, ເປັນຕົ້ນແມ່ນບັນດາໜ້າທີ່, ມາດຕະການແກ້ໄຂກ່ຽວກັບການປະຕິຮູບຕຸລາການ ທີ່ໄດ້ຍົກອອກມາໃນມະຕິເລກທີ 27.

ຕອບກັບ

ຂ່າວ/ບົດ​ອື່ນ