ປະທານພັກ LDP Shinzo Abe ໄດ້ຮັບການເລືອກຕັ້ງ ເປັນນາຍົກລັດຖະມົນຕີ ຍີ່ປຸ່ນ

ປະທານພັກ LDP Shinzo Abe ໄດ້ຮັບການເລືອກຕັ້ງ ເປັນນາຍົກລັດຖະມົນຕີ ຍີ່ປຸ່ນ - ảnh 1

ທ່ານ Shinzo Abe

(ພາບ:ອິນ​ເຕີ​​ແນັດ)

(vovworld) - ວັນ​ທີ 26/12, ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ, ທ່ານປະທານພັກປະຊາທິປະ​ໄຕ​ເສລີ LDP Shinzo Abe ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຍີ່ປຸ່ນ ຄົນ​ໃໝ່. ທີ່​ການ​ປ່ອນ​ບັດ​ຢູ່​ສະພາ​ຕ່ຳ, ທ່ານ Shinzo Abe ​ຍາດໄດ້ 328 ບັດ​ສະໜັບສະໜູນ, ກວມ​ເອົ​າອັດຕາ​ສ່ວນ​ຫຼາຍ​ໃນ​ຈຳນວນ​ບັດ​ເລືອກ​ຕັ້ງ 478 ບັດ. ກ່ອນ​ໜ້ານັ້ນ, ທ່ານ Shinzo Abe ​ເຄີຍ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຍີ່ປຸ່ນ ​ໄລຍະ 2006-2007. ​ເລື່ອງ​ທ່ານ​ກັບ​ຄືນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ໄດ້​ດຳ​ເນີນ​ໄປພາຍຫຼັງ​ທ່ານ​ໄດ້​ນຳພາ​ພັກ LDP ຍາ​ດ​ໄດ້​ໄຊຊນະ​ນະ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 16/12 ຜ່ານ​ມາ. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ Shinzo Abe ​ໄດ້​ປະກາດ​ບັນ​ລີລາ​ຍຊື່​ສະມາຊິກ​ລັດຖະບານ​ຊຸດ​ໃໝ່ ຊື່​ງຈະ​ສຸມ​ໃສ່​ການ​ຟື້ນ​ຟູ​ເສດຖະກິດ, ສ້າງສາ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ແຜ່ນດິນ​ໄຫວ, ຄື້ນຟອງ​ທີ່​ຮ້າຍ​ແຮງ ກໍ່​ຄື​ເຫດ​ການ​ນິວ​ເຄຼຍ Fukushima ​ເມື່ອ​ປີ​ກາຍ.

ຂ່າວ/ບົດ​ອື່ນ