ປະທານພັກກອມມູນິດສະຫະພັນ ລັດເຊຍ Ghennady Ziuganov ໄດ້ຮັບການເລືອກຕັ້ງຄືນໃໝ່

ປະທານພັກກອມມູນິດສະຫະພັນ ລັດເຊຍ Ghennady Ziuganov ໄດ້ຮັບການເລືອກຕັ້ງຄືນໃໝ່ - ảnh 1
ທ່ານ ​Ghennady Ziuganov

(ພາບ:m.thethaovanhoa.vn)

(vovworld)-​ ວັນ​ທີ 24/2,  ທ່ານ ​Ghennady Ziuganov ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານຄະນະ​ກຳມະການ​ສູນ​ກາງຂອງ​ພັກ​ກອມ​ມູນິດ​ລັດ​ເຊຍ ຄືນ​ໃໝ່. ​ໃນ​ການ​ປະຊຸມ​ຄັ້ງປະຖົມປະ​ເລິກຂອງ​ຄະນະ​ກຳມະການ​ນີ້ ພາຍຫຼັງ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 15 ທີ່​ໄດ້​ດຳ​ເນີນ​ໃນ​ເວລາ 2 ວັນ​ຂອງ​ພັກ​ກອມ​ມູນິດ​ລັດ​ເຊຍ, ບັນດາ​ຜູ້​ແທນ​ສືບ​ຕໍ່​ໄດ້​ເລືອກ​ຕັ້ງນັກ​ການ​ເມືອງ​ທີ່​ມີ​ປະສົບ​ການ​ຜູ້​ນີ້ ​ເປັນ​ການ​ນຳ​ພັກ​ກອມ​ມູນິດສະຫະພັນ​ລັດ​ເຊຍ. ​ພັກ​ກອມ​ມູນິດ​ລັດເຊຍ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ປີ 1993 ​ແລະ ກາຍ​ເປັນ​ກຳລັງ​ການ​ເມືອງ​ມີ​ຜົນ​ສະທ້ອນ​ຢູ່​ລັດ​ເຊຍ. ທ່ານ Ghennady Ziuganov ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ນຳພັກ​ກອມ​ມູນິດສະຫະພັນ​ລັດ​ເຊຍ ນັບ​ແຕ່​ວັນ​ສ້າງຕັ້ງຂຶ້ນ​ມາ​ຮອດ​ປະຈຸ​ບັນ.

 

 

ຂ່າວ/ບົດ​ອື່ນ