ປະທານສູນກາງແນວໂຮມປະເທດຊາດ ຫງວຽນທ້ຽນເຍີນ ລົງຢ້ຽມຢາມບັນດາຫມູ່ບ້ານອາຊີບ

ປະທານສູນກາງແນວໂຮມປະເທດຊາດ ຫງວຽນທ້ຽນເຍີນ ລົງຢ້ຽມຢາມບັນດາຫມູ່ບ້ານອາຊີບ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ​ ລົງ​ຢ້ຽມ​ຢາມຫມູ່​ບ້ານ​ອາ​ຊີບ ເຊີນ​ດົງ


(vovworld)- ຕອນ​ເຊົ້າ​ວັນ​ທີ 19/4, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ລົງ​ສຳຫຼວດ​ສະ​ພາບ​ຕົວ​ຈິງ ແລະ ທິດ​ທາງ​ພັດ​ທະ​ນາ​ຫມູ່​ບ້ານ​ອາ​ຊີບແຂວງ ນາມດິ້ງ ເພື່ອ​ຊອກ​ຮູ້​ທ່າ​ແຮງ ແລະ ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຂອງຫມູ່​ບ້ານ​ອາ​ຊີບ, ຈາກນັ້ນ​ຈະ​ມີ​ຂໍ້​ສະ​ເໜີ​ທິດ​ທາງ​ພັດ​ທ​ະນາຫມູ່​ບ້ານ​ອາ​ຊີບໃນ​ກົນ​ໄກ​ການ​ຕະຫຼາດ​ປະ​ຈຸ​ບັນ. ນະ​ທີ່ນີ້, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ : ເພື່ອ​ພະ​ລັງ​ຊີ​ວິດ​ຂອງ ຫມູ່​ບ້ານ​ອາ​ຊີບ​ເມື່ອ​ທຽບ​ໃສ່​ຕະຫຼາດ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ, ດັ່ງ​ນັ້ນ​ຕ້ອງ​ສ້າງ​ຄືນ​ເປັນ​ສະ​ຫະ​ກອນ. ຖ້າ​ວ່າ​ສ້າງ​ເປັນ​ສະ​ຫະ​ກອນນັ້ນ, ນະ​ໂຍ​ບາຍ​ກໍ​ຖືກ​ເຜີຍ​ແຜ່​ຮອດ​ແຕ່​ລະ​ຄອບ​ຄົວ, ໄດ້​ຮັບ​ການ​ແນະ​ນຳ​ຜະ​ລິດ​ຕະ​ພັນ, ແບ່ງ​ປັນ​ຄ່າ​ໃຊ້​ຈາຍດ້ານ​ສິ່ງ​ແວດ​ລ້ອມ, ໜູນ​ຊ່ວຍ​ທຶນ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ.

    ກ່ອນ​ໜ້ານັ້ນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ​ລົງ​ສຳຫຼວດ​ສະ​ພາບ​ຕົວ​ຈິງຢູ່​ບັນ​ດາ​ຮາກ​ຖານ​ຜະ​ລິດ​ເຄື່ອງ​ສິ​ລະ​ປະ​ກຳ​ຢູ່ຫມູ່​ບ້ານ​ອາ​ຊີບ ເຊີນ​ດົງ ເມືອງ ຮ່​ວາຍ​ດຶກ ຮ່າ​ໂນ້ຍ. ຢູ່​ທີ່ນີ້, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ ຄວນ​ຄົ້ນ​ຄ້​ວາ​ເພື່ອ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງຫມູ່​ບ້ານ​ອາ​ຊີບ​ສາ​ມາດ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ ແລະ ແທດ​ເໝາະ​ກັບ​ຍຸກ​ທັນ​ສະ​ໄໝ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຍັງ​ຖື​ວ່າ ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປະ​ຈຸ​ບັນ, ຄວນ​ສ້າງ​​ນິ​ຕິ​ບຸກ​ຄົນ​ເພື່ອ​ພົວ​ພັນ​ແລກ​ປ່ຽນ​ໃນ​ທ້ອງ​ຕະຫຼາດ​ຄື​ອາ​ດຈະສ້າງເປັນ​ບໍ​ລິ​ສັດຫຼື​ສະ​ຫະ​ກອນ. ຕາມ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ແລ້ວ, ການ​ຮ່ວມ​ສຳ​ພັນ​ຈະ​ສ້າງ​ໂອ​ກາດ​ໃຫ້​ບັນ​ດາ​ຄອບ​ຄົວ​ໄດ້​ກູ້​ຢືມ​ທຶນ​ດ້ວຍ​ຄ່າ​ດອກ​ເບ້ັຍຕ່ຳ, ມີ​ຜະ​ລິດ​ຕະ​ພັນ​ອຸ​ດົມ​ສົມ​ບູນ, ມີ​ການ​ສອນ​ວິ​ຊາ​ຊີບ…

 

ຂ່າວ/ບົດ​ອື່ນ