ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນ

(VOVWORLD) -ເນື່ອງໃນໂອກາດຕົ້ນປີໃໝ່ ປີຈໍ 2018, ຕອນເຊົ້າວັນທີ 21 ກຸມພາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໂດຍທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມນຳໜ້າ ໄດ້ໄປຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນ ຢູ່ເຂດອະນຸສອນສະຖານປະທານໂຮ່ຈິມິນໃນບໍລິເວນສຳນັກງານປະທານປະເທດ
ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນ - ảnh 1ທ່ານ ເຈີນແທງເມີ້ນ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນ 

ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຢືນຢັນວ່າ ທົ່ວທັງຊາດຫວຽດນາມ ກໍຄືລະບົບແນວໂຮມປະເທດຊາດຫວຽດນາມ ຍາມໃດກໍຖືເອົາແບບຢ່າງ ປະທານໂຮ່ຈິມິນເພື່ອສຶກສາອົບຮົມພະນັກງານແຕ່ລະຄົນໃນແນວໂຮມປະເທດຊາດ, ຈາກນັ້ນກໍຍູ້ແຮງການຮ່ຳຮຽນ, ເຮັດວຽກ ແລະ ສູ້ຊົນປະຕິບັດຕາມແບບຢ່າງຄຸນສົມບັດຂອງ ປະທານໂຮ່ຈິມິນ.

       ພາຍຫຼັງຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນແລ້ວ, ທ່ານ ເຈີນແທງເມີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະ ໄດ້ຢື້ຢາມຖາມຂ່າວ, ອວຍພອນປີໃໝ່ພະນັກງານ, ກຳມະກອນ, ພາລະກອນທີ່ເຮັດວຽກໃນ ເຂດອະນຸສອນສະຖານປະທານໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ