ປະທານສູນກາງແນວໂຮມປະເທດຊາດຫວຽດນາມເປັນປະທານກອງກ່ຽວກັບການພັດທະນາສະຫະກອນແບບໃໝ່

ປະທານສູນກາງແນວໂຮມປະເທດຊາດຫວຽດນາມເປັນປະທານກອງກ່ຽວກັບການພັດທະນາສະຫະກອນແບບໃໝ່ - ảnh 1
ກອ​ງປະ​ຊຸມຫົວ​ເລື່ອງ​ສະ​ເພາະ “ຍູ້​ແຮງ​​ການພັດ​ທະ​ນາ​ສະ​ຫະ​ກອນ​ແບບ​ໃໝ່”
(ພາບ: vca.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/11, ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວໂຮມປະເທດຊາດ ຫວຽດ​ນາມ ແຂວງ​ຈ່າ​ວີງ ໄດ້ຈັດ​ຕັ້ງ​ກອ​ງປະ​ຊຸມຫົວ​ເລື່ອງ​ສະ​ເພາະ “ຍູ້​ແຮງ​​ການພັດ​ທະ​ນາ​ສະ​ຫະ​ກອນ​ແບບ​ໃໝ່”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ປະ​ທານຄະ​ນະ​ກຳ​ມະ​ການ​ ສູນ​ກາງແນວໂຮມ ປະເທດຊາດ ຫວຽດ​ນາມ ໄດ້​ຊິ​ແຈ້ງ​ບັນ​ດາ​​ຄວາມຫຍຸ້ງ​ຍາກ, ​ຂໍ້ຄົງຄ້າງ​ທີຊາວ​ກະ​ຊີ​ກອນເວົ້າ​ສະ​ເພາະ ກໍ່​ຄື ສະ​ຫະ​ກອນໃນ​ທົ່ວ​ປະ​ເທດ​ພວມ​ປະ​ສົ​ບ. ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ ຈຳເປັນຕ້ອງ​ຫັນ​ຈາກການຜະ​ລິດ​ຄຶບ​ຄົວ​​​ແບບສ່ວນ​ຕົ​ວໄປ​ສູ່​ການ​ຜະ​ລິດ​ແບບຮ່ວມ​ສຳ​ພັນ​ຕາມ​ຮູບແບບ​ສະ​ຫະ​ກອນ, ສ້າງ​ຕັ້ງ​ສະ​ຫະສະ​ຫະ​ກອນ ແລະ ຮ່ວມ​ສຳ​ພັນ​ກັບ​ວິ​ສາ​ຫະ​ກິດ. ນັ້ນ​ແມ່ນ​ສະ​ຫະ​ກອນ​ແບບ​ໃໝ່, ດ້ວຍ​ພາ​ລະ​ໜ້າ​ທີ່​ສຸມ​ໃສ​່​ແກ້​ໄຂ​ສົ້ນ​ເຂົ້າ ແລະ ສົ້ນ​ອອກ ໃຫ້ສະ​ມາ​ຊິກ​ສະ​ຫະ​ກອນເປັນ​​ຢ່າງ​ດີ, ໃນຂະ​ນະ​​ທີ່ລັດ​ມີ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນຳໃຊ້ທີ່​​ດິນ​ຢ່າງ​ເໝາະ​ສົມ; ໜູນ​ຊ່ວຍທຶນ, ເຕັກ​ນິກໃຫ້ແກ່​ຊາວ​ກະ​ຊິ​ກອນ. 

ຂ່າວ/ບົດ​ອື່ນ