ປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

(VOVWORLD) -ຕອນບ່າຍວັນທີ 24 ທັນວາ, ຄະນະຜູ້ແທນຂັ້ນສູງ ສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນ ລັດເຊຍ ໂດຍທ່ານ Vyacheslav Viktorovich Volodin ປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ ນໍາໜ້າ, ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. 

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ Volodin ໄດ້ມີການເຈລະຈາ ກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ເຂົ້າຢ້ຽມຄໍ່ານັບທ່ານເລຂາທິການໃຫຍ່,ປະທານປະເທດ ຫງວຽນຝຸຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ສົ່ງອໍາລາ ທ່ານ Vyacheslav Viktorovich Volodin (ພາບ:TTXVN)

        ທີ່ບັນດາການເຈລະຈາ, ພົບປະ, ສອງຝ່າຍໄດ້ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສະໜັບສະໜູນການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ; ສ້າງກອບນິຕິກໍາທີ່ສະດວກເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ກາທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນຂັ້ນຕ່າງໆ, ພິເສດແມ່ນຂັ້ນທ້ອງຖິ່ນ. ລັດເຊຍ ໄດ້ສະໜອງທຶນການສຶກສາເພີ່ມເຕີມໃຫ້ແກ່ຫວຽດນາມ ເພື່ອບໍາລຸງສ້າງຄູອາຈານສອນພາສາລັດເຊຍ ຂັ້ນສາມັນສຶກສາ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບການສ້າງຕັ້ງ ຄະນະກໍາມະການຮ່ວມມືລະຫວ່າງລັດຖະສະພາ ຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ. ດ້ວຍກົນໄກຮ່ວມມືໃໝ່ດັ່ງກ່າວ, ຫວຽດນາມ ແລະ ສະຫະພັນລັດເຊຍ ຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ໂດຍສະເພາະແມ່ນການຮ່ວມມືລັດຖະສະພາ, ຊຸກຍູ້ການພົວພັນຮ່ວມມືດ້ານສື່ສານລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ