ປະທານສະພາຕໍ່າ ມາຣົກ ຕ້ອນຮັບ, ເຈລະຈາ ກັບປະທານສະພາແຫ່ງຊາດຫວຽດນາມ

(VOVWORLD) -ການຮ່ວມມືລັດຖະສະພາ ແມ່ນໜຶ່ງໃນບັນດາຊ່ອງຮ່ວມມືທີ່ມີປະສິດທິຜົນໃນການພົວພັນລະຫວ່າງ ຫວຽດນາມ - ມາຣົກ, ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນໃນຫຼາຍດ້ານລະຫວ່າງສອງປະເທດ.

ຕອນເຊົ້າວັນທີ 28 ມີນາ, ທີ່ສໍານັກງານສະພາແຫ່ງຊາດ ມາຣົກ ຢູ່ ນະຄອນຫຼວງ Rabat, ລາຊະອານາຈັກ ມາຣົ້ກ, ພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຖືກດໍາເນີນຢ່າງສົມກຽດ ດ້ວຍການເປັນປະທານຂອງທ່ານ Habid El Malki ປະທານສະພາຕໍ່າມາຣົກ. ພາຍຫຼັງພິທີຕ້ອນຮັບ ສອງຝ່າຍໄດ້ດໍາເນີນການເຈລະຈາ.

ປະທານສະພາຕໍ່າ ມາຣົກ ຕ້ອນຮັບ, ເຈລະຈາ ກັບປະທານສະພາແຫ່ງຊາດຫວຽດນາມ - ảnh 1ການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສອງປະເທດ (ພາບ: VOV) 

        ທີ່ການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ສອງຝ່າຍ ຊຸກຍູ້, ໜູນຊ່ວຍການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍກໍຈະຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ເພີ່ມທະວີການພົບປະແລກປ່ຽນ, ຈັດຕັ້ງກອງປະຊຸມສໍາມະນາ, ເວທີປາໄສ, ງານຕະຫຼາດນັດສາກົນຢູ່ແຕ່ລະປະເທດ ໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນຮ່່ວມມື...

        ການນໍາສອງທ່ານກໍໄດ້ປຶກສາຫາລືກ່ຽວກັບບາງບັນດາຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍຢ້ັງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕກໍຄືຜືນແຜ່ນດິນ ໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS)... ກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ການຮ່ວມມືລັດຖະສະພາ ແມ່ນໜຶ່ງໃນບັນດາຊ່ອງຮ່ວມມືທີ່ມີປະສິດທິຜົນໃນການພົວພັນລະຫວ່າງ ຫວຽດນາມ - ມາຣົກ, ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນໃນຫຼາຍດ້ານລະຫວ່າງສອງປະເທດ.

        ພາຍຫຼັງການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ແລະທ່ານປະທານສະພາຕໍ່າມາຣົກ Habib El Malki  ໄດ້ມີການພົບປະກັບສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບໝາກຜົນຂອງການເຈລະຈາ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃຫ້ຮູ້ວ່່າ:

        “ທີ່ການພົບປະແລກປ່ຽນນໍາກັນ, ຂ້າພະເຈົ້າ ແລະ ທ່ານປະທານສະພາຕໍ່າມາຣົກ ໄດ້ພ້ອມກັນກໍເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະຜູ້ແທນຂອງສະພາແຫ່ງຊາດ ແລະ ລັດຖະສະພາມາຣົກ, ກໍຄືຊຸກຍູ້ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ. ແຕ່ລະເທື່ອທີ່ມີການພົບປະກັນນັ້ນ ສະພາແຫ່ງຊາດສອງປະເທດຈະເລືອກເອົາຫົວຂໍ້ໃດໜຶ່ງ ເພື່ອແລກປ່ຽນ, ແບ່ງປັນບົດຮຽນນໍາກັນ”.

        ສ່ວນທ່ານປະທານສະພາຕໍ່າມາຣົກ Habib El Malki ເນັ້ນໜັກວ່າ:

        “ການຢ້ຽມຢາມຄັ້ງນີີ້ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ແມ່ນການຫັນຂອບເຂດການຮ່ວມມືລະຫວ່າງອົງການລັດຖະສະພາສອງປະເທດ ທີ່ໄດ້ລົງນາມກັນໃນປີ 2018 ເປັນລະອຽດ. ພວກຂ້າພະເຈົ້າໄດ້ແບ່ງປັນກັນກ່ຽວກັບບັນດາຂໍ້ສະເໜີແນະ ເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການລັດຖະສະພາສອງປະເທດ. ການຢ້ຽມຢາມຄັ້ງນີ້ຂອງປະທານສະພາແຫ່ງຊາດຫວຽດນາມ ເປັນການສະແດງໃຫ້ເຫັນວ່າ ຫວຽດນາມໄດ້ເອົາໃຈໃສ່ຕໍ່ການພົວພັນກັບ ມາຣົກ ທີ່ສຸດ. ຫວຽດນາມ ຖື ມາຣົກ ແມ່ນປະຕູທາງເຂົ້າ ອາຟຼິກາ ແລະ ພວກຂ້າພະເຈົ້າຖືຫວຽດນາມ ແມ່ນປະຕູທາງເຂົ້າ ອາຊຽນ. ສອງຝ່າຍມີຫຼາຍຈຸດທີ່ຄືກັນ ແລະ ເຫັນດີ ພ້ອມກັນຊຸກຍູ້ການພົວພັນລະຫວ່າງສອງປະເທດ”.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນຫຼວງ Rabat, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ກໍ່ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລ ກະສັດ Mohammed V. 

ຕອບກັບ

ຂ່າວ/ບົດ​ອື່ນ