ປ​ະ​ທານ​ສະ​ພາ​ຕ່ຳ ສ.ກ​າ​ຊັກ​ສະ​ຖານ ສິ​້ນສຸດ ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນຄ່ຳວັນທີ 15 ພະຈິກ, ຄະນະຜູ້ແທນຂັ້ນສູງ  ສະພາຕ່ຳ ສ. ກາຊັກສະຖານໂດຍທ່ານ Nurlan Nigmatulin, ປະທານສະພາຕ່ຳ ກາຊັກສະຖານນຳໜ້າ, ໄດ້ອອກຈາກ ດ່ານັ້ງ, ສິ້ນສຸດການຢ້ຽມຢາມ ຫວຽດນາມ (13 – 15 ພະຈິກ)ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ.
ປ​ະ​ທານ​ສະ​ພາ​ຕ່ຳ ສ.ກ​າ​ຊັກ​ສະ​ຖານ ສິ​້ນສຸດ ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ປະທານສະພາຕ່ຳ ສ.ກາຊັກສະຖານ Nurlan Nigmatulin (ພາບ: TTXVN

ຕອນບ່າຍວັນດຽວກັນ, ຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນດ່ານັ້ງ. ທີ່ການຕ້ອນຮັບ ແລະ ເຮັດວຽກກັບຄະນະ, ທ່ານ ເຈືອງກວາງເຫງຍ ເລຂາ ພັກນະຄອນດານັ້ງ ໄດ້ເນັ້ນໜັກເຖິງບັນດາທ່າແຮງກ່ຽວກັບຂົງເຂດອຸດສາຫະກຳສູງ, ການທ່ອງທ່ຽວ ແລະ ການບໍລິການ ຂອງ ດ່ານັ້ງ, ປາດຖະໜາຢາກຍູ້ແຮງການພົວພັນ, ດຶງດູດການລົງທຶນຈາກບັນດາຄູ່ຮ່ວມມືກະຊັກສະຖານ.

        ສ່ວນທ່ານ  Nurlan Nigmatulin  ໃຫ້ຮູ້ວ່າ ໃນອະນາຄົດ, ກາຊັກສະຖານອາດຈະຮ່ວມມືໃນຂົງເຂດອຸດສາຫະກຳເບົາ, ການສົ່ງອອກ - ນຳເຂົ້າ, ການທ່ອງທ່ຽວ ກັບດ່ານັ້ງ. ທ່ານປະທານສະພາຕ່ຳ ກາຊັກສະຖານ ໃຫ້ຮູ້ວ່າຈະເອົາໃຈໃສ່ເຖິງການຊອກຮູ້ ແລະ ແນະນຳບາງທ້ອງຖິ່ນເພື່ອສ້າງຕັ້ງການພົວພັນແຮກສ່ຽວກັບນະຄອນດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ