ປະທານສະພາຕ່ຳ ສະວິດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຢ່າງຈົບງາມ

(VOVWORLD) - ທີ່ບັນດາການພົບປະເຈລະຈາ, ບັນດາການນຳ ຫວຽດນາມ ໄດ້ຊົມເຊີຍທ່ານປະທານ Martin Candinas ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສະວິດ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ປະທານສະພາຕ່ຳ ສະວິດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຢ່າງຈົບງາມ - ảnh 1ທ່ານປະທານສະພາຕ່ຳ ສະວິດ Martin Candinas ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ: TTXVN)

        ຕອນຄ່ຳວັນທີ 30 ມິຖຸນາ, ທ່ານປະທານສະພາຕ່ຳ ສະວິດ Martin Candinas ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສະວິດ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຢ່າງຈົບງາມ, ແຕ່ວັນທີ 27-30 ມິຖຸນາ, ຕາມຄຳເຊື້ອເຊີນຂອງປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

        ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາຕ່ຳ ສະວິດ Martin Candinas ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

        ທີ່ບັນດາການພົບປະເຈລະຈາ, ບັນດາການນຳ ຫວຽດນາມ ໄດ້ຊົມເຊີຍທ່ານປະທານ Martin Candinas ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສະວິດ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງ ສະວິດ ສຳລັບການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນລະຫວ່າງ 2 ອົງການນິຕິບັນຍັດເວົ້າສະເພາະ.

        ສ່ວນທ່ານປະທານ Martin Candinas ຢືນຢັນວ່າ, ຈະສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືຂອງ 2 ປະເທດ; ທ່ານໃຫ້ຮູ້ວ່າ ຈຸດສຸມໃນນະໂຍບາຍການຕ່າງປະເທດຂອງ ສະວິດ ແມ່ນຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນ ແມ່ນເພື່ອແນໃສ່ສືບຕໍ່ຢືນຢັນ ແລະ ປະຕິບັດນະໂຍບາຍນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ