ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ພັນ ລັດ​ເຊຍ ຈະ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Vyacheslav Victorovic Volodin ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

        ຕາມແຈ້ງການຈາກກຳມາທິການພົວພັນຕ່າງປະເທດຂອງ ສະພາແຫ່ງຊາດ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Vyacheslav Victorovic Volodin ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ການຢ້ຽມຢາມຈະດຳເນີນໃນເວລາ 2 ວັນ ແຕ່ວັນທີ 25 – 26 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ