ປະທານສະພາຕຳ່ອົດສະຕາລີຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ

ປະທານສະພາຕຳ່ອົດສະຕາລີຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ - ảnh 1
ການເຄື່ອນໄຫວຕ່າງໆຂອງທ່ານ​ນາງ Anna Burke,
ປະ​ທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ ຢູ່ຫວຽດນາມ
(ພາບປະກອບ)

(vovworld) – ວັນ​ທີ 24/5, ​ໃນ​ການ​ຕ້ອນຮັບທ່ານ​ນາງ Anna Burke, ປະ​ທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ​ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ນັ້ນ, ທ່ານ​ເລຂາ​ຄະນະ​ພັກນະຄອນໂຮ່ຈີ​ມິນ ​ເລ​ແທງ​ຫາຍ ຖື​ວ່າ, ການ​ຢ້ຽມຢາມ​ຫວຽດນາມ ​ຄັ້ງ​ນີ້ຂອງທ່ານ​ນາງປະ​ທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ​ ​ແມ່ນ​ຂີດ​ໝາຍ​ສຳຄັນ ​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ເລຂາ​ຄະນະ​ພັກນະຄອນໂຮ່ຈີ​ມິນ ​ເລ​ແທງ​ຫາຍ ຫວັງ​ວ່າ​ ​ໃນ​ຖານະ​ຕຳ​ແໜ່​ງຂອງ​ຕົນ, ທ່ານ​ນາງ​ປະທານ​ສະພາ​ຕຳ່, ຈະ​ປະກອບສ່ວນ​ສຳຄັນ, ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ​ອົດ​ສະ​ຕາ​ລີ​ມາ​ຫວຽດນາມ​ຫຼາຍ​ກວ່າ, ​ໃນ​ນັ້ນ​ມີ​ນະຄອນໂຮ່ຈີ​ມິນ. ສ່ວນທ່ານ​ນາງ Anna Burke ​ກໍ່ໃຫ້​ຮູ້​ວ່າ , ອົດ​ສະ​ຕາ​ລີ​ຖື​ສາຍ​ພົວພັນ​ກັບ​ຫວຽດນາມ​ ເວົ້າ​ລວມ ​ແລະ ນະຄອນໂຮ່ຈີ​ມິນ​ເວົ້າ​ສະ​ເພາະ​ແມ່ນ​ສຳຄັນ. ປີ 2013 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ຢືນຢັນ​ສາຍ​ພົວພັນ​ອັນ​ດີງາມ​ນີ້​ກວ່າ​ອີກ.

 

ຂ່າວ/ບົດ​ອື່ນ