ປະທານສະພາຕ່ຳອິນໂດເນເຊຍ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງຈົບງາມ

ປະທານສະພາຕ່ຳອິນໂດເນເຊຍ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງຈົບງາມ - ảnh 1

(ພາບ:pda.vietbao.vn)

( vovworld ) – ຕອນ​ຄ່ຳ​ວັນ​ທີ 6/9, ທ່ານ Marzuki Alie ປະທານ​ສະພາ​ຕ່ຳ​ອິນ​ໂດ​ເນ​ເຊຍ, ປະທານ​ສະພາ​ສະມັດຊາ​ໃຫ່ຍລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA)  ​ແລະ ຄະນະ​ໄດ້​​ເດີນ​ທາງອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຢ່າງ​ຈົບງາມ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານປະທານ​ສະພາ​ຕ່ຳ​ອິນ​ໂດ​ເນ​ເຊຍ Marzuki Alie ​ໄດ້​ມີ​ການ​ເຈລະຈາ​, ພົບ​ປະ​ກັບ​ການ​ນຳ​ພັກ ​ແລະ ລັດຫວຽດນາມ. ທີ່​ບັນດາການເຈລະຈາ​, ພົບ​ປະ, ທ່ານປະທານ​ສະພາ​ຕ່ຳ​ອິນ​ໂດ​ເນ​ເຊຍ, ປະທານ AIPA Marzuki Alie ​ລ້ວນ​ແຕ່ໄດ້ຮັບ​ຄຳ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ການ​ຕີ​ລາຄາ​ສູງ​ຈາກ​ການ​ນຳ​ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມຄັ້ງນີ້, ຖື​ວ່າ, ນີ້​ແມ່ນ​ການ​ສະແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ ຂອງການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ ມຸ້ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ພາຍຫຼັງ​​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ມາ​ເປັນ​ເວລາ​ເກືອບ 6 ທົດ​ສະ​ວັດ. ການ​ນຳ​ຂັ້ນສູງ​ຫວຽດນາມ ກໍ່​ຕີ​ລາຄາ​ສູງ​ການ​ກະກຽມຢ່າງ​ລອບ​ຄອບ​ທີ່​ຖ້ວນ​ຂອງ​ອິນ​ໂດ​ເນ​ເຊຍ ​ໃນບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ AIPA ກໍ່​ຄື​ບົດບາດ​ຂອງ​ອິນ​ໂດ​ເນ​ເຊຍ ​ໃນ​ປີຜ່ານມາ​ໃນ​ຖານະ​ແມ່ນ​ປະທານ AIPA ​ຊື່​ງ​ໄດ້​ມີ​ບັນດານ​ການ​ເຄື່ອນ​ໄຫວອັນຕັ້ງໜ້າ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ລັດຖະສະພາ​ບັນດາ​ປະ​ເທດ​ສະມາຊິກ ມຸ້ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

 

ຕອບກັບ

ຂ່າວ/ບົດ​ອື່ນ