ປະທານສະພາສູງ ຍີ່ປຸ່ນ ເດີນທາງມາຮອດ ຮ່າໂນຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ສອງຝ່າຍຈະສຸມໃສ່ປຶກສາຫາລືເຖິງວິທີການທີ່ຈະເຮັດໃຫ້ການພົວພັນຂອງສອງອົງການນິຕິບັນຍັດ ກໍ່ຄືກັບສາຍພົວພັນລະຫວ່າງສອງປະເທດມີຄວາມເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງ ແລະ ກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ທະວີບອາຊີ, ລະຫ່ວາງ ຫວຽດນາມ ແລະ ຍີ່ປຸ່ນຂື້ນສູ່ລະດັບສູງໃໝ່.
ປະທານສະພາສູງ ຍີ່ປຸ່ນ ເດີນທາງມາຮອດ ຮ່າໂນຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ ປະທານສະພາສູງ ຍີ່ປຸ່ນ Otsuji Hidehisa (ພາບ: Kyodo)

ຕອນຄ່ຳວັນທີ 4 ກັນຍາ, ທ່ານ ປະທານສະພາສູງ ຍີ່ປຸ່ນ Otsuji Hidehisa ພ້ອມດ້ວຍຄະນະຜູ້ແທນ ຍີ່ປຸ່ນ ໄດ້ເດີນທາງມາເຖິງສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕັ້ງແຕ່ວັນທີ 4-7 ກັນຍາ, ຕາມການເຊື້ອເຊີນຂອງປະທານສະພາແຫ່ງຊາດ ຫວຽດນາມ ທ່ານ ເວືອງ ດິງ ເຫ້ວະ. ການມາຢ້ຽມຢາມ ຫວຽດນາມ ດຳເນີນກົງກັບໂອກາດພິເສດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດຄົບຮອບ 50 ປີ (1973-2023), ການມາຢ້ຽມຢາມໃນຄັ້ງນີ້ເປັນຂີດໝາຍອັນສຳຄັນໃນວຽກງານການເພີ່ມທະວີການພົວພັນຮ່ວມມືລະຫ່ວາງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ຍີ່ປຸ່ນ, ຜ່ານນັ້ນ, ກໍ່ຕັ້ງໜ້າຊຸກຍູ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ເລິກເຊິ່ງ ແລະ ກ້ວາງຂວາງໃນທຸກໆຂະແໜງການ.

        ໃນຂອບເຂດການມາຢ້ຽມຢາມ, ທ່ານ ປະທານສະພາແຫ່ງຊາດ ເວືອງ ດິງ ເຫ້ວະ ໄດ້ມີການຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບ ປະທານສະພາສູງ ຍີ່ປຸ່ນ. ປະທານສະພາສູງ ຍີ່ປຸ່ນ ຈະມີການພົບປະກັບບັນດາການນຳຂັ້ນສູງ ຫວຽດນາມ. ສອງຝ່າຍຈະສຸມໃສ່ປຶກສາຫາລືເຖິງວິທີການທີ່ຈະເຮັດໃຫ້ການພົວພັນຂອງສອງອົງການນິຕິບັນຍັດ ກໍ່ຄືກັບສາຍພົວພັນລະຫວ່າງສອງປະເທດມີຄວາມເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງ ແລະ ກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ທະວີບອາຊີ, ລະຫ່ວາງ ຫວຽດນາມ ແລະ ຍີ່ປຸ່ນຂື້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ