ປະທານສະພາສູງ ອານເຊຣີ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ກັບ ຫວຽດນາມ

(VOVWORLD) -   ວັນທີ 14 ຕຸລາ, ຢູ່ນະຄອນຫຼວງ Algiers, ທ່ານປະທານສະພາສູງ ອານເຊຣີ Salah Goudjil ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ  ຟ້າມກວັກຈຸ ເຂົ້າຢ້ຽມອໍາລາ, ນະນະໄດ້ສິ້ນສຸດ ອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ ອານເຊຣີ. 
ປະທານສະພາສູງ ອານເຊຣີ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ກັບ ຫວຽດນາມ - ảnh 1 ທ່ານປະທານສະພາສູງ ອານເຊຣີ Salah Goudjil ຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ  ຟ້າມກວັກຈຸ (ພາບ: TTXVN)

ນະທີ່ນີ້, ທ່ານປະທານສະພາສູງ ອານເຊຣີ ໃຫ້ຮູ້ວ້າ ຈະສະເໜີ ລັດຖະບານ ອານເຊຣີ ຕັ້ງໜ້າຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາມາດຕະການ ເພື່ອພ້ອມກັບ ລັດຖະບານຫວຽດນາມ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນທຸກດ້ານໃຫ້ດີກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ-ການຄ້າ. ທ່ານປະທານ Salad Goudjil ປາດຖະໜາວ່າ ສອງຝ່າຍ ຈະພ້ອມກັນມານະພະຍາຍາມປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ພັດທະນາການຮ່ວມມືໃນຫຼາຍດ້ານໃຫ້ແໜ້ນແຟ້ນກວ່່າອີກ.

        ທ່ານເອກອັກຄະລັດຖະທູດ ຟ້າມກວັກຈຸ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນໃນຫຼາຍດ້ານກັບ ອານເຊຣີ ເປັນສໍາຄັນ, ພ້ອມທັງປາດຖະໜາຢາກພັດທະນາສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ