ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ການ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) - ວັນທີ 29 ພຶດສະພາ, ທ່ານນາງ Santo Akiko ປະທານສະພາສູງຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນຕັ້ງໜ້າ, ປະທັບໃຈຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ການ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1

(ພາບ: https://baotintuc.vn/)

     ທ່ານນາງ Santo Akiko ໄດ້ຕີລາຄາບົດບາດສຳຄັນຂອງສະພາແຫ່ງຊາດຫວຽດນາມ ແລະ ພິເສດແມ່ນຄວາມເຂົ້າໃຈ ແລະ ການຮ່ວມມືເປັນຢ່າງດີຂອງປະຊາຊົນ, ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວພ້ອມກັບປະເທດຕ້ານໂລກລະບາດໂຄວິດ-19.

   ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫວຸ້ຮົ່ງນາມ ທີ່ສຳນັກງານສະພາສູງຢູ່ນະຄອນຫຼວງ ໂຕກຽວ, ທ່ານນາງ Santo Akiko ໄດ້ສົ່ງຄຳຂອບໃຈຂອງສະພາແຫ່ງຊາດຍີ່ປຸ່ນ ມາຍັງສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນນທິກີມເງິນ ກ່ຽວກັບການມອບຜ້າອັດປາກ-ອັດດັງ ໃຫ້ ສະພາແຫ່ງຊາດຍີ່ປຸ່ນພາຍຫຼັງທີ່ພະຍາດໂອຄິດ-19 ລະບາດ, ພ້ອມທັງໃຫ້ຮູ້ວ່າ: ສະພາແຫ່ງຊາດຍີ່ປຸ່ນ ໄດ້ແຈກຢາຍ ຜ້າອັດປາກ-ອັດດັງດັ່ງກ່າວ ໃຫ້ຮາກຖານການແພດ ແລະ ພາລະກອນການແພດຂອງຍີ່ປຸ່ນ ທີ່ພວມປ້ອງກັນໂລກລະບາດຢູ່ແນວໜ້າ.

  ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫວຸ້ຮົ່ງນາມ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໄດ້ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຍີ່ປຸ່ນ, ໜູນຊ່ວຍດ້ານການເງິນ ແລະ ເອົາໃຈໃສ່ດ້ານສາທາລະນະສຸກທີ່ຈຳເປັນໃນສະພາບການເກີດໂລກລະບາດ ພ້ອມທັງຢືນຢັນວ່າ ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນ, ລັດຖະບານ ແລະ ສະພາແຫ່ງຊາດຍີ່ປຸ່ນ ໃນທຸກຄວາມຫຍຸ້ງຍາກ.



ຕອບກັບ

ຂ່າວ/ບົດ​ອື່ນ