ປະທານສະພາສູງຍີ່ປຸ່ນຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາສູງຍີ່ປຸ່ນຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ Yamazaki Masaaki ປະທານ​ສະພາ​ສູງ ຍີ່ປຸ່ນ
(ພາບ: TTXVN)

(vovworld) – ​ ​ ​ ວັນ​ທີ 03/12 ​ກຳມາທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 13 ​​ໄດ້​ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ: ທ່ານ Yamazaki Masaaki ປະທານ​ສະພາ​ສູງ ຍີ່ປຸ່ນ ຈະ​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 07 – 10/12. ການ​ຢ້ຽມຢາມ​ໄດ້​ປະຕິບັດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ ​ເຖິງ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ກ່ວາ​ອີກ; ພ້ອມ​ກັນ​ນັ້ນ ກໍ່ຍູ້​ແຮງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສະພາ​ສູງ ຍີ່ປຸ່ນ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ.

        ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ. 2 ຝ່າຍ​​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ, ປະກອບສ່ວນ​ສືບ​ຕໍ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່ງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ