ປະທານສະພາສູງລາຊະອານາຈັກກຳປູເຈຍສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາສູງລາຊະອານາຈັກກຳປູເຈຍສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ
ທ່ານ​ປະທານ​ສະພາ​ສູງ Samdech Say Chhum)

(vovworld) ​ ​ ວັນ​ທີ 17/12, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ສູງ​ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍ​ທ່ານ​ປະທານ​ສະພາ​ສູງ Samdech Say Chhum ນຳ​ໜ້າ, ​ໄດ້​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ເວລາ 3 ວັນ, ທ່ານ​ປະທານ​ສະພາ​ສູງ ລາຊະ​ອານາຈັກ ກຳປູ​ເຈຍ Samdech Say Chhum ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີ໋ນຊາງ ຕາມ​ພິທີການ​ທູດ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຮູນງ້ອກ​ເຊີນ. ທີ່​ບັນດາ​ການ​ພົບ​ປະ, ​ເຈລະຈາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. 2 ຝ່າຍປິ​ຕິ​ຊົມ​ຊື່​ມຕໍ່​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ລະຫວ່າງ​ອົງການ​ນິຕິ​ບັດ​ຍັດ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ການ​ຮ່ວມ​ມື​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ​ແບ່ງປັນ​ບົດຮຽນ​ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ, ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ສາກົນ ​ແລະ ພາກ​ພື້ນຢ່າງ​ຕັ້ງໜ້າ​ຄື: ສະມັດຊາລັດຖະສະພາລະຫວ່າງ​ຊາດ ອາ​ຊຽນ, ສະຫະພັນ​ລັດຖະສະພາ​ສາກົນ ​ເປັນ​ປະຈຳ. 2 ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບ່ງປັນ​ທັດສະນະ, ທາ​ບທາມ​ຄຳ​ເຫັນ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 

ຂ່າວ/ບົດ​ອື່ນ