ປະທານສະພາສູງອົດສຕາລີ ຕີລາຄາສູງ ການຮ່ວມມືລະຫວ່າງ ສະພາແຫ່ງຊາດ 2 ປະເທດ

ປະທານສະພາສູງອົດສຕາລີ ຕີລາຄາສູງ ການຮ່ວມມືລະຫວ່າງ ສະພາແຫ່ງຊາດ 2 ປະເທດ - ảnh 1
ທ່ານເອກ​ອັກຄະ​ລັດຖະທູດ ​​ເລືອ​ງ​ແທງ​ຫງີ້
ແລະ ທ່ານ​ປະທານ​ສະພາ​ສູງ​ອົດສ​ຕາ​ລີ Hohn Hogg
(ພາບ: vietnamplus.vn)


(vovworld) - ວັນ​ທີ 25/03, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ອົດສຕາ​ລີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສສ ຫວຽດນາມ ​ເລືອ​ງ​ແທງ​ຫງີ້ ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ປະທານ​ສະພາ​ສູງ​ອົດສ​ຕາ​ລີ Hohn Hogg. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ສູງ​ Hohn Hogg ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານນິຕິ​ບັດ​ຍັດ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ລະຫວ່າງ​ຄະນະ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ ກັບ​ບັນດາ​ອົງການ ​ແລະ ວົງ​ຄະນະ​ຍາດ​ສັງຄົມ; ປາດ​ຖະໜາ 2 ອົງການ​ນິຕິ​ບັດ​ຍັດ ​ເພີ່ມ​ທະວີການ​ແລກປ່ຽນ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ. ທ່ານເອກ​ອັກຄະ​ລັດຖະທູດ ​​ເລືອ​ງ​ແທງ​ຫງີ້ ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ໃນ​ອາຍຸ​ການ​ຂອງ​ຕົນ, ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອົດ​ຕາ​ລີ ​ໃຫ້​ພັດທະນາ​ດີກວ່າ​ອີກ.

ຂ່າວ/ບົດ​ອື່ນ