ປະທານສະພາເອີລົບ Herman Van Rompuy ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາເອີລົບ Herman Van Rompuy ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
( ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy )

(vovworld) -     ​ໂດຍ​​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ Truong Tan Sang, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ຈະ​ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 31/10 – 2/11/2012. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ສະພາ​ເອີ​ລົບ​​ ນັບ​ແຕ່​​ສອງ​ຝ່າຍ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1990. ການຢ້ຽມຢາມ​ຫວຽດນາມ ​​ຄັ້ງ​ນີ້​ຂອງທ່ານປະທານ​ສະພາ​ເອີ​ລົບ Herman Van Rompuy ​ເພື່ອ​ແນ​ໃສ່​ສະ​ແດງ​​ຄວາມ​​​ເຄົາລົບບົດບາດ, ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຫວຽດນາມ​ ຢູ່ພາກ​ພື້ນ​ທີ່​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ; ຢືນຢັນຄວາມ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ; ​ແລກປ່ຽນ​ບັນດາ​ມາດ​ຕະການ​​ເພີ່ມ​ທະວີ​ການຮ່ວມ​ມື​ສອງ​ຝ່າຍ​ໃນ​ຂອບ​ເຂດ​ຮ່ວມ​ມື​ຢ່າງກວ້າງ​​ຂວາງກວ່າ​ຂອງ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື (PCA); ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ​ພ້ອມ​ທັງແຈ້ງ​ໃຫ້​ຊາບ​ບັນດາ​ມາດ​ຕະການ​ຂອງສະຫະພາບ​ເອີ​ລົບ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ພາກ​ພື້ນທີ່​ໃຊ້​ສະກຸນ​ເງິນ​ເອ​ໂລ ​ແລະ ​ແລກປ່ຽນບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ຢູ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ສະຫະພາບ​ເອີ​ລົບ​ແມ່ນ​ຕະຫຼາດ​ສົ່ງອອກ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຫວຽດນາມ ​ແລະ ​ແມ່ນ​ຕະຫຼາດ​ໃຫຍ່​ສຳລັບ​ບັນດາ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ຫວຽດນາມ​ຄື; ​ເກີບ​ໜັງ, ​ເຄື່ອງ​ຕໍ່າ​ແຜ່ນຕັດ​ຫຍິບ, ສິນ​ໃນ​ນ້ຳ…

ຂ່າວ/ບົດ​ອື່ນ