ປະທານສະພາເອີລົບ: ອີຢູ ຕ້ອງກຽມພ້ອມຮັບບັນດາສະມາຊິກໃໝ່ກ່ອນປີ 2030

(VOVWORLD) - ປະຈຸບັນ, EU ພວມມີ 7 ປະເທດທີ່ມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີ: ຢູແກຼນ, ໂມໂດວາ ແລະ 5 ປະເທດຕາເວັນຕົກ ບານກັງ.
ປະທານສະພາເອີລົບ: ອີຢູ ຕ້ອງກຽມພ້ອມຮັບບັນດາສະມາຊິກໃໝ່ກ່ອນປີ 2030 - ảnh 1 ທ່ານປະທານສະພາ ເອີລົບ Charles Michel
(ພາບ: Le Monde)

          ໃນຖະແຫຼງການທີ່ໄດ້ຍົກອອກມາຢູ່ເວທີປາໄສຍຸດທະສາດ Bled ພວມດຳເນີນຢູ່ Slovenia, ໃນວັນທີ 28 ສິງຫາ, ທ່ານປະທານສະພາ ເອີລົບ Charles Michel ໄດ້ຮຽກຮ້ອງໃຫ້ສະຫະພາບເອີລົບ (ອີຢູ) ກະຕຸກຊຸກຍູ້ ອີຢູ ຮັບສະມາຊິກໃໝ່ໂດຍໄວ ຄືແມ່ນໜ້າທີ່ສຳຄັນຂອງກຸ່ມໃນໄລຍະຈະມາເຖິງ. ປະຈຸບັນ, EU ພວມມີ 7 ປະເທດທີ່ມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີ: ຢູແກຼນ, ໂມໂດວາ ແລະ 5 ປະເທດຕາເວັນຕົກ ບານກັງ. ທ່ານ Charles Michel ເນັ້ນໜັກຕື່ມວ່າ, ເລື່ອງເປີດກວ້າງ ອີຢູ ຈະແມ່ນຈຸດສຸມໃນບັນດາການປຶກສາຫາລືຂອງການນຳກຸ່ມ 27 ປະເທດທີ່ບັນດາກອງປະຊຸມສຸດຍອດຈະມາເຖິງ. ພິເສດ, ບັນດາປະເທດສະມາຊິກຈະຕ້ອງຕົກລົງກ່ຽວກັບການເລີ່ມດຳເນີນການເຈລະຈາເລື່ອງຮັບ ຢູແກຼນ ແລະ ໂມໂດວາ ເຂົ້າເປັນສະມາຊິກຂອງ ອີຢູ. ທັງ 2 ປະເທດນີ້ລ້ວນແຕ່ໄດ້ຮັບຖານະສະໝັກຮັບເລືອກຕັ້ງນັບແຕ່ເດືອນ ມິຖຸນາປີ 2022.

            ຄາດວ່າບັນດາການນຳ ອີຢູ ຈະຈັດການປຶກສາຫາລືຄັ້ງຕໍ່ໄປກ່ຽວກັບການເປີດກວ້າງສະມາຊິກໃນຕົ້ນເດືອນ ຕຸລາ ທີ່ກອງປະຊຸມສຸດຍອດເຊິ່ງຈະຈັດຂຶ້ນຢູ່ນະຄອນ Granada ຂອງ ແອັດສະປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ