ປະທານສະພາແຫ່ງຊາດ Nguyen Sinh Hung ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ Nguyen Sinh Hung ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ - ảnh 1
ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung

(vovworld) - ​ຕອນ​ເຊົ້າວັນ​ທີ 3/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​​ໄປ​ຮອດ​ນະຄອນຫຼວງ ວຽນ​ຈັນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້. ພິທີ​ຕ້ອນຮັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ຢ່າງ​ເປັນ​ທາງ​ການ​ໄດ້​ຖືກຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສະໜາມ​ຫຼວງ​ສະພາ​ແຫ່ງ​ຊາດ. ທີ່​ການ​ເຈ​ລະ​ຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດລາວ ປານີ ຢາ​ທໍ່​ຕູ້ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ລາວ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ມີ​ຕໍ່​ພັກ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ອ້າ​ຍນ້ອງ ​ເຊິ່ງຍາມ​​ໃດ​ກໍ​ສະຫງວນ​ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ລ້ຳ​ຄ່າ ​ແລະ ມີ​ປະສິດທິ​ຜົນ​ໃຫ້​ແກ່​ລາວ ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ Nguyen Sinh Hung ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າປະຊາຊົນ​ລາວ​ບັນດາ​ເຜົ່າ​ອ້າຍ​ນ້ອງ, ພາຍ​​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ, ຈະ​ຍາດ​ໄດ້ຜົນ​ງານ​ອັນ​​ໃຫຍ່​ຫຼວງ​ຫຼາຍ​ກວາ​ອີກ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ຕາມ​ການກຳນົດ​ທິດ​ສັງຄົມ​ນິຍົ​ມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເນັ້ນ​ໜັກ​ວ່າ:

“ພວກ​ເຮົາ​ໄປ​ຮອດ​ລາວ ກໍ​ນຳ​ເອົານ້ຳ​ໃຈ​ອັນ​ອົບ​ອຸ່ນ, ດ້ວຍ​​ໄມ​ຕິ​ຈິດ​ມິດ​ຕະພາບມາສູ່ປະ​ເທດ​ລາວ. ຂໍ​ຂອບ​ອົກ​ຂອບ​ໃຈ​ບັນດາ​ສະຫາຍ ​ໄດ້​ສະ​ຫງວນ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ນ້ຳ​ໃຈ​ອັນ​ດີງາມ. ການ​ຢ້ຽມຢາ​ມຄັ້ງ​ນີ້​ເຮັດ​ໃຫ້ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ເລິກ​ເຊິ່ງ, ອົບ​ອຸ່ນ ​ແລະ ພັດທະນາ​ດີຍິ່ງ​ຂຶ້ນ.”

ປະທານ​ສະພາ​ແຫ່ງ​ຊາດ 2 ປະ​ເທດສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ​ແບບ​ພິ​ເສດ, ສາຍ​ພົວພັນ​ທີ່​ສັດ​ຊື່​ບໍລິສຸດ​ລະຫວ່າງ 2 ພັກ, 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊຶ້ອອັນ​ດີງາມ​ນີ້, ​ແລະ ຖືວ່າ​ນີ້​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂ​ອງ 2 ຊາດ​ເມື່ອຕົກ​ທອດ​ໃຫ້​ແກ່​ຄົນ​ລຸ້ນຫຼັງ.

ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Nguyen Sinh Hung ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດລາວ ປານີ ຢາ​ຕໍ່​ຕູ້ ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. ​ເນື້ອ​ໃນ​ຂອງ​ສັນຍາ​ຢືນຢັນ​ວ່າ: 2 ຝ່າຍ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່​ມທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທຽບ​ເທົ່າ​ຂອງ 2 ສະພາ​ແຫ່ງ​ຊາດ ​ໃນ​ຂົງ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ.

​ແລະ​ກໍ​ໃນ​ວັນ​ທີ 3/7, ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ບັນ​ດາ​ສະມາ​ຊິກ​ໃນ​ຄະນະ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກ​ຮົບ​ນິລ​ະນາມ ຢູ່​ໃຈກາງ​ນະຄອນຫຼວງ ວຽງ​ຈັນ.

 

ຂ່າວ/ບົດ​ອື່ນ